ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດອີຕາລີ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໃຫ້ການຕ້ອນຮັບເອກອັກຄະລັດຖະທູດອີຕາລີ - ảnh 1
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບເອກອັກຄະລັດຖະທູດອີຕາລີ)

(vovworld) - ​ຕອນ​ບ່າຍ​ວັນ​ທີ 25/5, ຢູ່​ສຳ​ນັກ​ກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໃຫ້​ການ​ຕ້ອນ​ຮັບ ທ່ານ ນາງ Cecllia Piccioni ເອກ​ອັກ​ຄະ​ລັດ​ຖະ​ທູດ ​ອີ​ຕາ​ລີ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ ຫງວຽນ​ຊວນ​ຟຸກ ປາດ​ຖາ​ໜາ​ວ່າ: ສອງ​ປະ​ເທດຈະ​ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ, ດ້ານ​ການ​ຄ້າກວ່າ​ອີກ, ​ເພື່ອນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຊົນ​ຊາດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ສະ​ແດງ​ຄວາມຂອບ​ໃຈ ອີ​ຕາ​ລີ ທີ່​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຢູ, ​ພ້ອມ​ທັງໃຫ້​ຮູ້​ວ່າ: ຈະ​ເພີ່ມ​ທະ​ວີ​​ການແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ລະ​ຫວ່າງ​ສອງ​ປະ​ເທດ, ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື ລະ​ຫວ່າງ ສອງ​ປະ​ເທດ​ຍັງ​​ມີຫຼາຍ​ຢູ່ ແລະ ລັດ​ຖະ​ບານ​ສອງ​ປະ​ເທດ​ຈະ​ເອົາ​ໃຈ​ໃສ່ ເພື່ອ​​ໃຫ້ການ​ພົວ​ພັນ​ຮ່ວມ​ມື​ແໜ້ນ​ແຟ​້ນ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ ອີ​ຕາ​ລີ ຊ່ວຍ​ເຫຼືອ ຫວຽດ​ນາມ ໃນ​ຂົງ​ເຂດກໍ່​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດທີ່​ມີ​ຄຸນ​ນະ​ພາບ​ສູງ, ໃນ​ນັ້ນ​ມີ​ຂົງ​ເຂດ​ຊ໋​ອບ​ແວ; ເປີດກວ້າງ​ການ​ຮ່ວມ​ມື​​ໃນຫຼາຍ​ຂົງ​ເຂ​ດ​ອື່ນ ທີ່​​ທັງສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ສ່ວນ ທ່ານ ນາງ Cecllia Piccioni ໃຫ້​ຮູ້​ວ່າ: ​ໃນຊຸມ​ປີ​ມໍ່ມາ​ນີ້, ການ​ນຳ​ຂັ້ນ​ສູງ ອີ​ຕາ​ລີ ຍາມ​ໃດ​ກໍ່​ຢືນ​ຢັນ ຫວ​ຽດ​ນາມ ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ.

ຂ່າວ/ບົດ​ອື່ນ