ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ພົບປະເຈລະຈາກັບປະທານປະເທດລາວ ຈູມມາລີ ໄຊຍະສອນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ພົບປະເຈລະຈາກັບປະທານປະເທດລາວ ຈູມມາລີ ໄຊຍະສອນ   - ảnh 1

(ພາບ::laodong.com.vn)

(vovworld) -  ​ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ການ​ຮ່ວມ​ມື​ລະຫວ່າງ ກຳປູ​ເຈຍ, ລາວ, ມຽນມາ, ຫວຽດ​ນາມ ຄັ້ງ​ທີ 6, ກອງປະຊຸມຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດຖະກິດ Ayeawadi – Chao Phreaya – ​Mekong ຄັ້ງ​ທີ 5 (ACMECS 5) ​ແລະ ກອງ​ປະຊຸມ​ຂັ້ນ​ສູງ​ເຂດຫຼ່ຽມ 3 ພັດທະນາ ກຳປູ​ເຈຍ, ລາວ, ຫວຽດນາມ ຄັ້ງ​ທີ 7 ພວມ​ດຳ​ເນີນ​ໄປ​ຢູ່​ນະຄອນ​ຫຼວງວຽກ​ຈັນ, ລາວ, ຕອນ​ເຊົ້າວັນ​ທີ 12/3, ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້ພົບ​ປະ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ​ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ນາຍົກລັດ​ຖະມົນຕີ​ກຳປູ​ເຈຍ Samdech Hunsen. ທ່ານ​ເລຂາທິການ​ໃຫ່ຍ, ປະທານ​ປະ​ເທດ​ລາວ ​ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງຕໍ່ເລື່ອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ບັນດາ​ກອງ​ປະຊຸມ​ຂັ້ນສູງ​ຢູ່​ລາວ, ຖື​ວ່າ ນີ້​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ອັນ​ໃຫ່ຍຫຼວງ​ທີ່​ມີຕໍ່ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນ​ລາວ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ບັນດາ​ກອງ​ປະຊຸມ​ສຳຄັນ​ນີ້ ກໍ່​ຄື​ປັບປຸງ ​ແລະ​ ເພີ່​ມທະວີ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ, ສອງ​ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ-​ລາວ. ສ່ວນ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ: ພັກ, ລັດ, ລັດຖະບານ ​ແລະ ປະຊາຊົນຫວຽດນາມ ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ບັນດາ​ເພື່ອ​ນມິດ​ລາວ​ອ້າຍ​ນ້ອງ, ບັນດາ​ກະຊວງ ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ ຈະຕັ້ງໜ້າ​ສົມທົບ​ກັບ​ບັນດາ​ກະຊວງ ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງລາວ ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຂັ້ນສູງ, ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຈະ​ແຈ້ງ​ໃນ​ການ​ພົວພັນ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເສດຖະກິດ, ການ​ລົງທຶນ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ.

   ທີ່​ການ​ພົບ​ປະ​ກັບທ່ານນາຍົກລັດ​ຖະມົນຕີ​ກຳປູ​ເຈຍ Samdech Hunsen, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ  ​ແລະ ທ່ານນາຍົກລັດ​ຖະມົນຕີ​ກຳປູ​ເຈຍ Samdech Hunsen ​ໄດ້​ຕີ​ລາຄາ​ສູງ​ເລື່ອງສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ບັນດາ​ການ​ເຄື່​ອນ​ໄຫວ​ສຳຄັນຂ່ຳນັບ​ຊົມ​ເຊີຍ “ປີ​ມິດຕະພາບ​ຫວຽດນາມ-​ກຳປູ​ເຈຍ 2012“ ​ແລະ ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດສຳ​ເລັດ​ຜົນ, ປະກອບສ່ວນ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ ພິ​ເສດ​ແມ່ນ​ລຸ້ນໜຸ່ມ ກ່ຽວ​ກັບ​ມູນ​ເຊື້ອ​ສາມັກຄີ​ມິດຕະພາບ, ການ​ຮ່ວມ​ມື ​ແລະ ການ​ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ອ້າຍ​ນ້ອງ​ຫວຽດນາມ-​ກຳປູ​ເຈຍ. ນາຍົກລັດຖະມົນຕີ​ສອງ​ທ່ານ ​ໄດ້​ແລກປ່ຽນ​ບາງ​ເນື້ອ​ໃນ​ຫານຮ່ວມ​ມື ​ແລະ ບັນດາ​ມາດ​ຕະການ​ເພື່ອ​ປັບປຸງ ​ແລະ ຊຸກຍູ້​ການ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຮອບ​ດ້ານລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ດີ​ກ່ວາ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

 



ຂ່າວ/ບົດ​ອື່ນ