ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຈະໄປຢ້ຽມຢາມໄທຢ່າງເປັນທາງການ

 ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຈະໄປຢ້ຽມຢາມໄທຢ່າງເປັນທາງການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ
(ພາບ:quydoan)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກ​ລັດ​ຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ,ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ແລະ ພັນ​ລະ​ຍາ ຈະ​ໄປ​ຢ້ຽມຢາມ ລາຊະ​ອານາຈັກ ​ໄທ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 23/7/2015. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ​ ຫງວຽນ​ເຕີ້​ນຢຸງ ​ແລະ ທ່ານ​ນາຍົກລັດຖະມົນຕີ ​ໄທ ​ໄທ ປຣາຢຸດ ຈັນໂອຈາ ຈະ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຄະນະ​ລັດຖະບານ​ຮ່ວມ ຫວຽດນາມ - ​ໄທ ​ເທື່ອ​ທີ 3. ການ​ຢ້ຽມຢາມ ​ໄທ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ​ເພື່ອ​ແນ​ໃສ່​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ໄທ ​ໃນ​ບັນດາ​ຂົງ​ເຂດ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ: ການ​ເມືອງ, ການປ້ອງ​ກັນຊາ​ດປ້ອງກັນ​ຄວາມ​ສະຫງົບ, ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄາດ​​ວ່າ: ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ວິ​ສາ​ຫະກິດ ຫວຽດນາມ - ​ໄທ ​ແລະ ພົບ​ປະ​ກັນປະຊາ​ຄົມຊາວ ຫວຽດນາມ ອາ​ໄສ​ຢູ່ ​ໄທ.

ຂ່າວ/ບົດ​ອື່ນ