ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຊີ້ນຳຮີບເຮັ່ງປ້ອງກັນ,ຕ້ານພາຍຸHaiYan

 

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຊີ້ນຳຮີບເຮັ່ງປ້ອງກັນ,ຕ້ານພາຍຸHaiYan - ảnh 1
ການ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດເພື່ອຮັບມື
ກັບພາຍຸHaiyan
ພາບ:internet


(vovworld)-ຕອນບ່າຍວັນທີ8/11ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມ​ດ້ວຍ​ການ​ນຳ​ບາງ​ກະຊວງ, ຂະ​ແຫນງ​ການ​ສູນ​ກາງ ຈັດ​ການ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດກັບ​ບັນດາທ້ອງ​ຖິ່ນ, ປຶກສາ​ຫາລື​ມາດ​ຕະການ​ຮີ​ບດ່ວນ​ເພື່ອ​ຮັບ​ມື​ກັບ​ພາຍຸ​ Haiyan.  ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເນັ້ນ​ຫນັກ​ວ່າ: ພາຍຸ HaiYan ​ແມ່ນ​ລູກ​ພາຍຸ​ຮ້າຍ​ແຮງ​ທີ່​ສຸດ, ຕາມ​ການ​ຄາດ​ຄະ​ເນ ພາຍຸ​ລູກ​ນີ້​ຈະ​ພັດ​ເຂົ້າທ​ະ​ເລ​ຕາ​ເວັນ​ອອກ​ ດ້ວຍ​ຄວາມ​ໄວ​ສູງ ​ແລະ ຜັນ​ແປ​ໄປ​ຢ່າງ​ສັບສົນ. ສະ​ນັ້ນ ຫນ້າ​ທີ່​ຂອງ​ທັງ​ລະບົບ​ການ​ເມືອງ​ ​ແມ່ນ​ຕ້ອງ​ສຸມ​ໃສ່​ຊີ້​ນຳ​ຢ່າງ​ຂ້ຽວຂາດ, ມີ​ຄວາມ​ຕັດສິນ​ໃຈ​ສູງ​ເພື່ອ​ຈຳກັດ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອີນຊີ ກໍ​ຄື​ຊັບ​ສົມບັດຂອງ​ປະຊາຊົນ ​ແລະ ຂອງ​ລັດ. ທ່ານ​ນາຍົກລັດຖະມົນຕີ ​​ໄດ້​ສົ່ງ​ຈົດໝາຍ​ທາງ​ການ​ເຖິງ​ບັນດາ​ກະຊວງ​, ຂະ​ແຫນງ​ການ, ສູນ​ກາງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ,​ ນະຄອນ ຢູ່​ແຄມ​ທະ​ເລ​ຈາກ ນະຄອນ ​ແທງ​ຮວາ ຕະຫລອດ​ຮອດ ກາ​ເມົາ ​ເພື່ອ​ຊີ້​ນຳ​ວຽກ​ງານ​ຮັບ​ມື​ກັບ​ພາຍຸ​ດັ່ງກ່າວ. ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ກໍ​ໄດ້​ສົ່ງ​ຈົດໝາ​ຍທາງ​ການ​ເຖິງ​ສະຖານທູດ​ບັນດາ​ປະ​ເທດ​ຄື: ຈີນ, ຟີ​ລີບ​ປີນ, ອິນ​ໂດ​ເນ​ເຊຍ, ມາ​ເລ​​ເຊຍ ​ແລະ ສະຖານ​ທູດ​ຫວຽດນາມ ຢູ່​ບັນດາ​ປະ​ເທດ​ດັ່ງກ່າວ​ ​ເພື່ອ​ສ້າງ​ເງື່ອນ​ໄຂສະດວກ​ໃຫ້​ແກ່​ຊາວ​ປະມົງ, ກຳ​ປັ່ນ, ​ເຮືອ​ຂອງ​ຫວຽດນາມ ​ເຂົ້າ​ຫລີກ​ລ້ຽງ​ພາຍຸ ​ແລະ ຫນູນ​ຊ່ວຍ​ໃນ​ກໍລະນີ​ຖືກ​ປະສົບ​ໄພ.

ຂ່າວ/ບົດ​ອື່ນ