ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຕ້ອນຮັບທ່ານເອກອັກຄະລັດຖະທູດບຣູໄນມາຮັບໜ້າທີຢູ່ຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຕ້ອນຮັບທ່ານເອກອັກຄະລັດຖະທູດບຣູໄນມາຮັບໜ້າທີຢູ່ຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດຖະມົນຕີຫງວຽນ​ເຕີ໋ນຢູ້ງ ແລະ ທ່ານ​ເອ​ກອັກຄະ​ລັດ​ຖະທູດ Pengiran Haji Sahari Bin Pengiran Haji Salleh
(ພາບ:TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 24/4, ທີ່​ການ​ຕ້ອນຮັບ ທ່ານ​ເອ​ກອັກຄະ​ລັດ​ຖະທູດ ບຣູ​ໄນ ມາ​ຮັບໜ້າທີ​ຢູ່ ຫວຽດນາມ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ສະ​ແດງ​ຄວາມ​ເຊື່​ອໝັ້ນວ່າ​ໃນ​ອາຍຸ​ການ​ປະຕິບັດ​ງານ, ທ່ານ​ເອ​ກອັກຄະ​ລັດ​ຖະທູດ Pengiran Haji Sahari Bin Pengiran Haji Salleh ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຂອງ​ສອງ​ປະ​ເທດ​ແນ​ໃສ່​ຮັດ​ແໜ້ນສາຍ​ພົວພັນ​ມິດຕະພາບ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື ຫວຽດນາມ - ບຣູ​ໄນ​​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ນຳ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ມາໃຫ້​ທັງ​ສອງ​ຝ່າຍ, ກໍ່​ຄື​ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ ອາຊຽນ ທີ່ສາມັກຄີ, ​ເຂັ້ມ​ແຂງ​ໃນ​ປີ 2015. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ສະ​ເໜີ​ໃຫ້​ສອງ​ຝ່າຍຈັດຕັ້ງຄະນະ​ກຳມະການ​ປະສົມ ຫວຽດນາມ - ບຣູ​ໄນ ​ໂດຍ​ໄວ ​ແນ​ໃສ່​ຕິດຕາມ​ກວດກາ ​ແລະ ວາງອອກ​ບັນດາ​ມາດ​ຕະການ​ທີ່​ແທດ​ຈິງ​ເພື່ອ​ຂຸດ​ຄົ້ນຄວາມ​ສາມາດ​ບົມຊ້ອມ, ທ່າ​ແຮງ​ໃຫ້​ດີກ​ວ່າ​ເພື່ອ​ພ້ອມ​ກັນ​ພັດທະນາ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ຈະ​ສົມທົບ​ກັບ ບຣູ​ໄນ, ມາ​ໄລ​ເຊຍ ​ແລະ ສິງກະ​ໂປ ຊຸກຍູ້​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ​ປາຊີ​ຟິກ(TPP) ​​ໃຫ້​ສຳ​ເລັດໂດຍ​ໄວ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ກໍ່​ສະ​ເໜີ​ໃຫ້ ບຣູ​ໄນ ພ້ອມ​ກັບ ຫວຽດນາມ ​ແລະ ບັນດາປະ​ເທດ​ທີ່​ກ່ຽວຂ້ອງ​ສືບ​ຕໍ່​ຢືນຢັນຫຼັກໝັ້ນລວມຂອງ ອາຊຽນ ຊຶ່ງ​ສະ​ແດງ​ໃນ​ຖະ​ແຫຼງການ​ກ່ຽວກັບ​ຂໍ້​ກຳນົດ 6 ຂໍ້​ຂອງ ອາຊຽນ ກ່ຽວກັບ​ທະ​ເລ​ຕາ​ເວັນ​ອອກ; ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິ​ໄນ, ​ເຄົາລົບ​ຕາມ​ກົດໝາຍສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ ສປຊ ກ່ຽວກັບ​ກົດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982; ພ້ອມທັງ​ປະຕິບັດ​ຢ່າງ​ຄົບ​ຖ້ວນ ​ແລະ ​​ເຂັ້ມງວດຖະ​ແຫຼງການ​ກ່ຽວກັບການ​ປະພຶດຂອງ​ຝ່າຍ​ຕ່າງໆຢູ່​ທະ​ເລ​ຕາ​ເວັນ​ອອກ(DOC) ​ແລະ ມານະ​ພະຍາຍາມ​ບັນລຸ​ໄດ້ຂະ​ບວນລະບຽບການ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ(COC).​




ຂ່າວ/ບົດ​ອື່ນ