ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint

ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢຸງຕ້ອນຮັບລັດຖະມົນຕີກະຊວງອຸດສາຫະກຳມຽນມາ U.Maung.Myint - ảnh 1
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳມຽນມາ U.Maung.Myint 
(ພາບ:baodientuchinhphu)

(vovworld)- ຕອນ​ບ່າຍ​ວັນ​ທີ 13/5, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳມຽນມາ U.Maung.Myint ຊຶ່ງ​ພສມຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງສະ​ເໜີ 2 ຝ່າຍ​ຈົ່ງ​ກວດກາ​ຄືນ​ເພື່ອ​ຍູ້​ແຮງ 12 ຂົງ​ເຂດ​ຊຶ່ງ​ການ​ນຳ 2 ປະ​ເທດ​ໄດ້​ເປັນ​ເອກະ​ພາບ​ກັນ. ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີ້​ນຢຸງ ສະ​ເໜີ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳມຽນມາ U.Maung.Myint ຈົ່ົງສົມທົບ​ກັບ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ປຶກສາ​ຫາລື​ວິທີ​ການ​ແກ້​ໄຂ​ລະອຽດ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມລົງທຶນຢູ່​ມຽນມາ.

  ສ່ວນ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳມຽນມາ U.Maung.Myint ຢືນຢັນ​ວ່າ ລັດຖະບານ​ມຽນມາຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ຫວຽດນາມລົງທຶນຢູ່​ມຽນມາຢ່າງ​ສຳ​ເລັດ​ຜົນ.

    ​ເມື່ອ​ແບ່ງປັນ​ຄວາມ​ວິຕົກ​ກັ່ງ​ວົນ​ກ່ຽວ​ກັບ​ເລື່ອງ​ຈີນຕັ້ງຮ​້ານ​ເຈາະ​ນ້ຳມັນ ​ໄຮ​ຢາ​ວ 981 ​ຢູ່​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມຢ່າງຜິດ​ກົດໝາຍ​ນັ້ນ, ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳມຽນມາ U.Maung.Myint ​ເນັ້ນ​ໜັກ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ມຽນມາ​ແມ່ນ​ບັນດາ​ຝ່າຍ​ຄວນ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ 1982 ​ແລະ ຖະ​ແຫຼ​ງການ​ DOC
ຂ່າວ/ບົດ​ອື່ນ