ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບສາດສະດາຈານດາລາສາດໂລກ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຕ້ອນຮັບສາດສະດາຈານດາລາສາດໂລກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ​້​ຕ້ອນ​ຮັບ​
ສາດ​ສະ​ດາ​ຈານ ລືວ​ເລ້​ຮັ່ງ
ພາບ:thethaovanhoa

(vovworld)- ວັນ​ທີ 24/7 ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ​້​ຕ້ອນ​ຮັບ​ສາດ​ສະ​ດາ​ຈານ ລືວ​ເລ້​ຮັ່ງ, ຊາວ​ອາ​ເມ​ລິ​ກາ ເຊື້ອ​ຊາດ ຫວຽດ​ນາມ ປະ​ຈ​ຸ​ບັນ ເຮັດ​ວຽກ​ຢູ່​ພະ​ແນກ​ດາ​ລາ​ສາດ, ມະ​ຫາ​ວິ​ທະ​ຍາ​ໄລ Harvard ແລະ ຫ້ອງ​ທົດ​ລອງ Lincoln. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາ​ຄາ​ສູງ, ອວຍ​ພອນ​ບັນ​ດາ​ຜົນ​ງານ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ດາ​ລາ​ສາດ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ຂອງ ສາດ​ສະ​ດາ​ຈານ ສຳ​ລັບ​ຂະ​ແຫນງ​ດາ​ລາ​ສາດ​ໂລກ. ຜົນ​ສຳ​ເລັດ​ຂອງ​ສາດ​ສະ​ດາ​ຈານບໍ່​ພຽງ​ແຕ່​ສ້າງ​ຊື່​ສຽງ​ຮຽງ​ນາມ​ຂອງ​ປະ​ເທດ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ແບບ​ຢ່າງ​ໃຫ້​ຊາວ​ຫວຽດ​ນາມ​ລຸ້ນ​ຕ່າງໆໃນ​ເສັ້ນ​ທາງ​ຄົ້ນ​ຄ້​ວາ, ປະ​ດິດ​ຄິດສ້າງວິ​ທະ​ຍາ​ສາດ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ