ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມໄຮຕີ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງສິ້ນສຸດການຢ້ຽມຢາມໄຮຕີ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ພ້ອມກັບ
ທ່ານປະທານາທິບໍດີ ແລະ ນາຍົກລັດຖະມົນຕີ ໄຮຕີ
ພາບ:chinhphu.vn


(vovworld)- ຕອນ​ຄຳ່​ວັນ​ທີ 28/3, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ແລະ ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫລວງ Port-au-Primce, ປະ​ເທດ ​ໄຮ​ຕີ ກັບ​ຄື​ນ​ເມືອ​ປະ​ເທດ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ໄຮ​ຕີ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ໝັ້ນຄົງ​ປອດ​ໄພ​ ນິ​ວ​ເຄຼຍຢ່າງ​ຈົບງາມ. ກ່ອນ​ຫນ້າ​ນັ້ນ, ​ໃນ​ການ​ຢ້ຽມຢາມ ​ໄຮ​ຕີ ຕາມ​ຄຳ​ເຊີນ​ຂອງ​ນາຍົກລັດຖະມົນຕີ ​ໄຮ​ຕີ Michel Martelly , ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະ, ​ເຈລະຈາ​ກັບ​ການ​ນຳ ​ໄຮ​ຕີ. ​ເມື່ອ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານາທິບໍດີ ​ໄຮ​ຕີ Michel Martelly, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ຢືນຢັນ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ເປີດ​ກວ້າງ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ກັບ ​ໄຮ​ຕີ ​​ເລີກ​ເຊິ່ງ, ກວ້າງຂວາງ​ກວ່າ. ສ່ວນ​ປະທານາທິບໍດີ ​ໄຮ​ຕີ Michel Martelly ຢືນຢັນ: ​ໄຮ​ຕີ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ​ຫວຽດນາມ. ພາຍຫລັງ​ການ​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ປະທານາທິບໍດີ ​ໄຮ​ຕີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຈລະຈາ​ກັບ​ນາຍົກລັດຖະມົນຕີ ​ໄຮ​ຕີ Laurent Lamothe. ນາຍົກລັດຖະມົນຕີທັງສອງ​ທ່າ​ນ ​ໄດ້​ແລກປ່ຽນ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການ ​ເພື່ອ​ພັດທະນາ​ການ​ພົວພັນ​ສອງ​ຝ່າຍ​​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ, ຊຸກຍູ​້ການ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ, ພັດທະນາ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊອ້ນຫລາຍ​ຢ່າງ​ຄື: ​ໂທລະ​ຄົມມະນາຄົມ, ກະສິກຳ, ພະລັງງານ, ກໍ່ສ້າງ, ການ​ຄ້າ…ພາຍຫລັງ​ການ​ເຈລະຈາ, ນາຍ​ົກລັດຖະມົນຕີ​ທັງ​ສອງ​ທ່ານ ​ໄດ້​ລົງ​ນາມ​ໃນ​ຖະ​ແຫລ​ງການ​ຮ່ວມ​ຂັ້ນ​ສູງ ຫວຽດນາມ - ​ໄຮ​ຕີ ​ແລະ ພ້ອມ​ກັນ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ພະລັງງານ​ລະຫວ່າ​ງສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ