ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງອອກຈາກມີລານໄປຢ້ຽມຢາມສຳນັກວາຕີກັງ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງອອກຈາກມີລານໄປຢ້ຽມຢາມສຳນັກວາຕີກັງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພົບ​ປະ​ກັບ​ສັນ​ທະ​ປາ​ປາ Benedict XVI.
(ພາບ: nguyenphutrong.net)

(vovworld) - ຕອນ​ບ່າຍ​ວັນ​ທີ 18/10 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນ ມີ​ລານ​, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) 10 ​ແລະ ​ເດີນທາງໄປ​ນະຄອນຫຼວງ ​ໂຣມ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສຳນັກ​ວາ​ຕີ​ກັງ.

        ກ່ອນ​ໜ້າ​ນັ້ນ, ຕອນ​ຄຳ່​ວັນ​ທີ 17/10 (ຕາມ​ເວລາ​ຫວຽດນາມ), ກອງ​ປະຊຸມ​ຂັ້ນ​ສູງ​ເວທີ​ປາ​​ໄສ​ຮ່ວມ​ມື​ອາຊີ - ​ເອີ​ລົບ (ASEM) 10 ​ໄດ້​ອັດ​ລົງ, ພາຍຫຼັງ​ດຳ​ເນີນ​ການ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ກອງ​ປະຊຸມ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຂອງ​ທ່ານ​ປະທານ​ດ້ວຍ​ຂໍ້​ຕົກລົງ​ທີ່​ສຳຄັນຫຼາຍ​ຢ່າງ, ສົ່ງ​ສານ​ທີ່​ແຂງ​ແຮງ​ເຖິງ​ບັນດາ​ການ​ນຳ ASEM ກ່ຽວ​ກັບ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ອາຊີ - ​ເອີ​ລົບ. ບັນດາ​ການ​ນຳ​ກໍ່​ຮັບຮອງ​ເອົາ​ຂໍ້​ລິ​ເລີ່​ມ​ໃໝ່​ອີກ 27 ສະບັບ.

        ຢູ່​ນອກ ASEM 10, ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ໄດ້​ພົບ​ປະ​ກັບ​ການ​ນຳ​ບາງ​ປະ​ເທດ. ​ເມື່ອ​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີມຽນ ມາ U Thein Sein, ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທີ 8 ຄະນະ​ກຳມະການ​ປະສົມ​ຫວຽດນາມ - ມຽນມາ ​ແລະ ລົງ​ນາມ​ໃນ​ສັນຍາ​ສົ່ງ​ເສີມ ​ແລະ ອາລັກຂາ​ການ​ລົງທຶນ​ໂດຍ​ໄວ. ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ສືບ​ຕໍ່​ຊຸກຍູ້​ຄວາມ​ສາມັກຄີ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ​ໃນ​ອົງ​ປະກອບ​ພາກ​ພື້ນ, ປະກອບ​ສ່ວນ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ​ໄທ. ນາຍົກລັດຖະມົນຕີທັງສອງ​ທ່ານ ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ​ໄທ ​ໃຫ້​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ​ໄທ​ຢືນຢັນ​ຈະ​ສືບ​ຕໍ່​ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນສາມັກ​ຄີ; ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ, ​ໃນ​ບົດ​ບາດ​ເປັນ​ປະ​ເທດ​ປະສານ​ການ​ພົວພັນ​ອາ​ຊຽນ - ຈີນນັ້ນ, ​ໄທ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ​ເຈລະຈາ​ເພື່ອ​ບັນລຸ​ໄດ້​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພືດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ນອກ​ນັ້ນທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຍັງ​ມີ​ການ​ພົບ​ປະ​ກັບ​ປະທານາທິບໍດີ​ມົງ​ໂກນ, ປະທານາທິບໍດີ ບູນດາຣີ ​ແລະ ທ່ານ​ນາຍົກລັດຖະມົນຕີນອກ​ແວ​ອີກ​.


ຂ່າວ/ບົດ​ອື່ນ