ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຫນ້າທີ່ປີ2015ຂອງກະຊວງພາຍໃນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມຜັນຂະຫຍາຍຫນ້າທີ່ປີ2015ຂອງກະຊວງພາຍໃນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງແລະ​ບັນ​ດາ​ຜູ້​ແທນ​
​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vtv.vn

(vovworld)-​ ຕອນ​ເຊົ້າ​ວັນ​ທີ 9/12 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ພາຍ​ໃນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນດ​ກ່ຽວ​ກັບ​ການ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ຫນ້າ​ທີ່​ປີ 2015 ຂອງ​ກະ​ຊວງ​ພາຍ​ໃນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໃສ່​ໃຈ​ວ່າ ກະ​ຊວງ​ພາຍ​ໃນ​ຄວນ​ສຸມ​ໃສ່​ຍູ້​ແຮງວຽກ​ງານ​ສ້າງ​ລະ​ບອບ​ກົດ​ໝາຍ, ເປັນ​ຕົ້ນ​ແມ່ນ​ຮີບ​ເຮັ່ງ​ສ້າງ​ບັນ​ດາ​ຮ່າ​ງ​ກົດ​ໝາຍ​ສຳ​ຄັນ​ໃຫ້​ສົມ​ບູນ​ແບບ. ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ພາຍ​ໃນ ຄວນ​ເປັນ​ເຈົ້າ​ການ​ໃນ​ການ​ປ​ະ​ສານ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ຈົ່ງ​ກວດ​ກາ ແລະ ສືບ​ຕໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​ດ້ານ​ບໍ​ລິ​ຫານ​ໃນ​ທຸກ​ຂົງ​ເຂດ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການກວດ​ກາ​ຢ່າງ​ແຫນ້ນ​ແຟ້ນ,ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດບໍ່​ເພີ່ມ​ພະ​ນັກ​ງານບັນ​ຈຸ​ໃນ​ປີ 2015 ຫາກ​ຄວນ​ສຸມ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ.

       

ຂ່າວ/ບົດ​ອື່ນ