ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມພິທີໄຂກອງປະຊຸມຂັ້ນສູງ ASEAN ຄັ້ງທີ 26

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງເຂົ້າຮ່ວມພິທີໄຂກອງປະຊຸມຂັ້ນສູງ ASEAN ຄັ້ງທີ 26 - ảnh 1
ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽນ ເຂົ້າ​ຮ່ວມ​ພິ​ທີ​ໄຂກອງ​ປະຊຸມ​ຂັ້ນ​ສູງ
 ASEAN ຄັ້ງ​ທີ 26
(ພາບ: VGP/Nhật Bắc)

(vovworld) – ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ​ເຂົ້າ​ຮ່ວມ​ພິທີ​ໄຂ​​ກອງ​ປະຊຸມ​ຂັ້ນ​ສູງ ASEAN ຄັ້ງ​ທີ 26, ​ດ້ວຍ​ຫົວ​ຂໍ້ “ປະຊາຊົນ​ຂອງ​ພວກ​ເຮົາ, ປະຊາ​ຄົມ​ຂອງ​ພວກ​ເຮົາ, ວິ​ໄສ​ທັດ​ຂອງ​ພວກ​ເຮົາ”. ຕອນ​ເຊົ້າ​ວັນ​ທີ 27/4, ກອງ​ປະຊຸມ​ຂັ້ນ​ສູງ ASEAN ຄັ້ງ​ທີ 26 ​ໄດ້​ໄຂຂຶ້ນຢ່າງ​ເປັນ​ທາງ​ການ ​​ຢູ່​ນະຄອນຫຼວງ Kuala Lumpur, ປະ​ເທດ ມາ​ເລ​ເຊຍ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ນຳ​ໜ້າ​ຄະ​ນະ​ຜູ້​ແທນຂັ້ນ​ສູງ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ການ​ນຳຂອງ 10 ປະ​ເທດ ສະມາຊິກ ອາ​ຊຽນ ​ໄດ້ສຸມ​ໃສ່​ປຶກສາ​ຫາລື​ທິດ​ທາງ ​ແລະ ມາດ​ຕະການ​ສືບ​ຕໍ່​ຊຸກຍູ້​ສ້າງ​ຕັ້ງ​ປະຊາ​ຄົມ ASEAN 2015; ສ້າງ​ວິ​ໄສ​ທັດ​ປະຊາ​ຄົມ ASEAN ຫຼັງປີ 2015; ປັບປຸງ​​ກົງຈັກ​ກ່ຽວ​ກັບລະບຽບ​ການ​ເຮັດ​ວຽກ; ການ​ພົວພັນທາງ​ການ​ທູດຂອງ ສະຫະ​ສະມາຄົມ; ​ບົດບາດ​​ໃຈ​ກາງຂອງ ASEAN; ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ ASEAN ​ແລະ ການແກ້​ໄຂ ​ແລະ ​ແລກປ່ຽນ​ສະພາບ​ການ​ໃນ​ພາກ​ພື້ນ ​ແລະ ສາກົນ.

         ກ່າວ​ຄຳ​ເຫັນ​ຢູ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ປະ​ເທດ​ເຈົ້າ​ພາບ Najib Tun Abdul Razak ​ເນັ້ນ​ໜັກວ່າ: ປີ 2015 ​ແມ່ນຂີດ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ຂອງ ASEAN. ວິ​ໄສ​ທັດ​ຂອງ​ການ​ສ້າງ​ຕັ້ງປະຊາ​ຄົມດຽວຈະ​ໄດ້ປະກົດ​ຜົນ​ເປັນ​ຈິງໃນ​ທ້າຍ​ເດືອນ 12 ປີ​ນີ້ ​ແລະ ນັ້ນ​ກໍ່​ແມ່ນ​ໜ້າ​ທີ່​ລວມຂອງ ASEAN ​ໃນ​ປີ​ນີ້ ​ເພື່ອ​ກໍ່ສ້າງ  ເອກ​ະສານສະບັບ​​ 1 ໃຫ້​ແຜນການ​ສ້າງ​ຕັ້ງ​ປະຊາ​ຄົມ ASEAN. ສິ່ງ​ນີ້​ຈະ​ສ້າງ​ພື້ນຖານ​ໃຫ້ ASEAN ສືບ​ຕໍ່​ເພີ່ມ​ທະວີ​ຄວາມ​ສາມັກ​ຄີ ​ແລະ ​​ເຮັດ​ໃຫ້ການເຊື່ອມ​ໂຍງ​ຂອງ ASEAN ​ໃນ 10 ປີ​ຈະ​ມາ​ເຖິງ, ​ຮອດ​ປີ 2025 ຢ່າງ​ເລິກ​ເຊີ່ງ​ກວ່າ​ອີກ. ນີ້​ແມ່ນ 2 ແຜນ​ນະ​ໂຍບາຍ​ສຳຄັນ​ໃຫ້​​ແກ່​ການ​ສ້າງ​ຕັ້ງ ASEAN ​ເຂັ້ມ​ແຂງ, ຮອບດ້ານ ​ແລະ ມຸ່ງ​ໄປ​ເຖິງ​ອານາ​ຄົດ​ເພື່ອ​ປະຊາຊົນ.

          ຕໍ່ໜ້າ​ບັນດາສະພາບ​ການ​ມໍ່ໆ​ມາ​ນີ້ ​ໄດ້​​​ເພີ່ມຄວາມວິຕົກ​ວັງ​ວົນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ Najib Tun Abdul Razak ​ເນັ້ນ​ໜັກ​ວ່າ: ASEAN ຕ້ອງ​ເປັນ​ເຈົ້າ​ການ​ແກ້​ໄຂ​ບັນດາສະພາບ​ການ​ດັ່ງກ່າວ, ​ແຕ່​ຕ້ອງປະຕິບັດຕາ​ມວິທີ​ການ​ສ້າງສັນ ​ແລະ ຕັ້ງໜ້າ. ​ເຄົາ​ລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີສົນທິສັນຍາ​ຂອງສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍທະ​ເລປີ 1982 (UNCLOS) ຢ່າງ​ເຂັ້ມ​ງວດ, ​ເປັນ​ພື້ນຖານ​ຂອງ​ບັນດາ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ດ້ວຍ​ບົດບາດ​ເປັນ​ປະທານ ASEAN, ມາ​ເລ​ເຊຍ ​ຫວັງ​ວ່າ ຈະບັນລຸ​ໄດ້​ຄວາມ​ກ້າວໜ້າ​ໃນ​ຄວາມມານະ​ພະຍາຍາມ​ກ້າວ​ໄປ​​ເຖິງ​ໝາກ​ຜົນ​ຂອງປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)

            ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ການ​ນຳ ASEAN ​ເຂົ້າ​ຮ່ວມວາລະ​ກອງ​ປະຊຸມກັບ​ສະພາລັດຖະສະພາລະຫວ່າງ​ຊາດ ASEAN ​ແລະ ສະພາ​ປຶກສາ​ດຳ​ເນີນ​ທຸລະ​ກິດ ASEAN. ​ໃນຕອນ​ບ່າຍ, ທ່ານ​ນາ​ຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ບັນດາ​ການ​ນຳ ASEAN ​ໄດ້​ເດີນທາງອອກ​ຈາກນະຄອນຫຼວງ Kuala Lumpur ​ໄປ​ຍັງນະຄອນ Langkawi ​ເຂົ້າ​ຮ່ວມ​ວາລະປະຊຸມ​ວົງແຄບ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ຂັ້ນ​ສູງ​ ຄັ້ງ​ນີ້ ​ແລະ ພິທີ​ອັດ​​ກອງ​ປະຊຸມຂັ້ນ​ສູງ ASEAN ຄັ້ງ​ທີ 26.


ຂ່າວ/ບົດ​ອື່ນ