ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງແລະທ່ານນາຍົກລັດຖະມົນຕີHunSenເຂົ້າຮ່ວມພິທີເປີດສະຫລອງເສົາຫລັກໝາຍຊາຍແດນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງແລະທ່ານນາຍົກລັດຖະມົນຕີHunSenເຂົ້າຮ່ວມພິທີເປີດສະຫລອງເສົາຫລັກໝາຍຊາຍແດນ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ເຂົ້າ​ຮ່ວມ​ພິ​ທີ
ພາບ:VTV

(vovworld)-  ​ ​ຕອນ​ເຊົ້າ​ວັນ​ທີ 26/12, ລັດ​ຖະ​ບານ ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ເປີດ​ສະ​ຫລອງ​ເສົາ​ຫລັກ​ໝາຍ​ຊາຍ​ແດນ​ເລກ​ທີ 30 ຢູ່ ເສັ້ນ​ຊາຍ​ແດນຂຶ້ນ​ກັບ​ສອງ​ແຂວງ ຢາ​ລາຍ ຂອງ​ຫວຽດ​ນາມ ແລະ ແຂວງ Ratanakiri ຂອງ​ກຳ​ປູ​ເຈຍ. ເຂົ້າ​ຮ່ວມ​ພິ​ທີ ມີ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ພ້ອມ​ກັບ​ຜູ້​ຕາງ​ຫນ້າ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ ແລະ ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນ​ສອງ​ປະ​ເທດ. ພິ​ທີ​ເປີດ​ສະ​ຫລອງ​ເສົາ​ຫລັກ​ໝາຍ​ເລກ​ທີ 30 ຖືກ​ຈັດ​ຂຶ້ນ​ຕາມ​ພິ​ທີ​ການ​ຂັ້ນ​ສູງ​ຂອງ​ສອງ​ລັດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ.

ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄ​ຽງ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້ ແລະ ພວມ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. ເຫດ​ການນີ້​ສ້າງ​ເງື່ອ​ນ​ໄຂ​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ຊາຍ​ແດນ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ລະ​ຫວ່າງ​ສອງ​ແຂວງ ຢາ​ລາຍ ແລະ Ratanakiri ເວົ້າ​ສະ​ເພາະ ແລະ ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ເວົ້າ​ລວມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີ​ນ​ຢູງ ເນັ້ນ​ຫນັກ​ວ່າ:

        “ເສົາ​ຫລັກ​ໝາຍ​ເລກ​ທີ 30 ແມ່ນ​ກິດ​ຈະ​ກຳ​ສວຍ​ງາມນອນ​ໃນ​ດ່ານ​ຊາຍ​ແດນ​ສາ​ກົນ ເລ້​ແທງ - Oyadav ຈະ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ປະ​ຊາ​ຊົນ​ສອງ​ປະ​ເທດ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ​ຢ້ຽມ​ຢາມ ແລະ ເຂົ້າ​ໃຈ​ກ່ຽວ​ກັບ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ.”

        ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hun Sen ຢືນ​ຢັນ​ວ່າ:

        “ການກໍ່​ສ້າງ​ສຳ​ເລັດ​ເສົາ​ຫລັກ​ໝາຍ ຈະ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ເຮັດ​ໃຫ້​ເຂດ​ຊາຍ​ແດນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ເຂດ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຮອບ​ດ້ານ, ຮ​ັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ.”

 

ຂ່າວ/ບົດ​ອື່ນ