ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້າມ​ມິງ​ຈິງ ສະ​ເໜີ​ໃຫ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ທີ່​ສຸດ​ແກ່​ໂຄງ​ການ​ກັ່ນ​ຕອງ​ນ້ຳ​ມັນ ທີ່​ມີ​ມູນ​ຄ່າກວ່າ 5 ຕື້ USD

(VOVWORLD) -ຕອນບ່າຍວັນທີ 16 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຣຸ່ງໂຣດ ຣັງສີໂຍພາບ ປະທານ ທັງເປັນຜູ້ອຳນວຍການຝ່າຍບໍລິຫານກຸ່ມບໍລິສັດ SCG (ໄທ) ແລະ ທ່ານນາງ ສົມຫະໄທ ພານິດຈີວະ ຜູ້ອຳນວຍການຝ່າຍບໍລິຫານ Amata ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຟ້າມ​ມິງ​ຈິງ ສະ​ເໜີ​ໃຫ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ​ທີ່​ສຸດ​ແກ່​ໂຄງ​ການ​ກັ່ນ​ຕອງ​ນ້ຳ​ມັນ ທີ່​ມີ​ມູນ​ຄ່າກວ່າ 5 ຕື້ USD - ảnh 1ການຕ້ອນຮັບ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ SCG ສຸມໃສ່ ແລະ ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອໃຫ້ໂຄງການດັ່ງກ່າວໄດ້ນຳເຂົ້າເຄື່ອນໄຫວຖືກຕາມແຜນການທີ່ໄດ້ວາງອອກ, ຮັບປະກັນຄວາມປອດໄພ ແລະ ມີປະສິດທິຜົນ; ມຸ່ງໄປເຖິງການປ່ຽນແທນ ແລະ ຫຼຸດຜ່ອນການນ້ຳເຂົ້າຜະລິດຕະພັນປີໂຕເຄມີ, ສະໜອງແຫຼ່ງເຊື້ອເພີງສຳຄັນແກ່ຂະແໜງອຸດສາຫະກຳຜະລິດພາຍໃນປະເທດ, ສ້າງໂອກາດສົ່ງອອກໃຫ້ແກ່ຜະລິດຕະພັນ ປີໂຕເຄມີ.

ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ SCG ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝທີ່ສຸດ, ເຕັກໂນໂລຢີຂຽວ, ເຕັກໂນໂລຢີສະອາດເພື່ອຮັບໃຊ້ໂຄງການນີ້, ພ້ອມທັງໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຄຸ້ມຄອງບໍລິຫານ, ດຶງດູດບັນດາແຫຼ່ງການເງິນສີຂຽວ; ສະເໜີໃຫ້ Amata ພິຈາລະນາຄວາມເປັນໄປໄດ້ໃນການສັບຊ້ອນແຫຼ່ງກຳລັງເພື່ອເປີດກວ້າງການລົງທຶນຢູ່ບັນດາເຂດອຸດສາຫະກຳ ກຳນົດທິດເຕັກໂນໂລຢີສູງຢູ່ ຫວຽດນາມ.

ການນຳ SCG ແລະ Amata ກໍແຈ້ງໃຫ້ຊາບກ່ຽວກັບຄວາມຄືບໜ້າໃນການຜັນຂະຫຍາຍໂຄງການກຸ່ມປີໂຕເຄມີພາກໃຕ້ - ເຊິ່ງມີເງິນລົງທຶນທັງໝົດ 5,16 ຕື້ USD, ເປັນໂຄງການໃຫຍ່ທີ່ສຸດໃນປະຫວັດສາດຂອງ SCG ເຊິ່ງຄາດວ່າຈະສືບຕໍ່ລົງທຶນໃນໄລຍະທີ 2 ດ້ວຍເຕັກໂນໂລຢີທີ່ທັນສະໄໝ ຕາມທິດສີຂຽວ, ໝູນວຽນ ແລະ ຍົກອອກບາງຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍໂຄງການຕ່າງໆຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ