ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຟ້າມ​ມິນ​ຈິງ ມາ​ຮອດ​ນະ​ຄອນຫຼວງ​ໂຕ​ກຽວ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຍີ່​ປຸ່​ນ​ ຢ່າງ​ເປັນ​ທາງ​ການ

(VOVWORLD) -

ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກໍ່ຈະສະຫງວນເວລາພົບປະກັບປະຊາຄົມ ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ອີກດ້ວຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ​ຟ້າມ​ມິນ​ຈິງ ມາ​ຮອດ​ນະ​ຄອນຫຼວງ​ໂຕ​ກຽວ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຍີ່​ປຸ່​ນ​ ຢ່າງ​ເປັນ​ທາງ​ການ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ)

ຕອນຄ່ຳວັນທີ 22 ພະຈິກ, ຕາມເວລາທ້ອງຖິ່ນ, ເຮືອບິນສົ່ງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນ Haneda ທີ່ນະຄອນຫຼວງໂຕກຽວ, ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio.

ມາຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຢູ່ສະໜາມບິນ ຝ່າຍຍີ່ປຸ່ນ ມີທ່ານຮອງລັດຖະມົນຕີການຕ່າງປະເທດ Miyake Shingo; ທ່ານນາງ Shino Mitsuko ຫົວໜ້າກຸ່ມພິທີການ, ກະຊວງການທ່ານປະເທດ, ທ່ານນາງ Yamada Takio. ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ. ຝ່າຍຫວຽດນາມ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຍີ່ປຸ່ນ ຫວູ້ຮົ່ງນາມ ແລະ ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ.

ຄາດວ່າ ໃນການຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການແຕ່ວັນທີ 22-25 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຈະພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio. ພົບປະກັບທ່ານປະທານສະພາສູງ ແລະ ສະພາຕ່ຳຍີ່ປຸ່ນ; ພົບປະກັບທ່ານປະທານພັກກອມມູນິດຍີ່ປຸ່ນ, ສະຫະພາບສະມາຊິກລັດຖະສະພາມິດຕະພາບຍີ່ປຸ່ນ-ຫວຽດນາມ; ບັນດາອະດີດການນຳຍິ່ປຸ່ນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກໍ່ຈະເຂົ້າຮ່ວມ ແລະ ກ່າວຄຳປາໄສຢູ່ກອງປະຊຸມສົ່ງເສີມການລົງທຶນຢູ່ຍີ່ປຸ່ນ; ໂອ້ລົມສົນທະນາກັບສະຫະພັນວິສາຫະກິດຍີ່ປຸ່ນ (Keidanren); ຕ້ອນຮັບການນຳອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ບັນດາວິສາຫະກິດແຖວໜ້າຂອງຍີ່ປຸ່ນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ກໍ່ຈະສະຫງວນເວລາພົບປະກັບປະຊາຄົມ ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ອີກດ້ວຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ