ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟ​ຸກ ຈູດ​ທູບ​ໃຕ້ທຽ​ນບູຊາອາ​ໄລຫາ​ປະທານ​ໂຮ່ຈີ​ມິນ ຢູ່ ​ເຂດອະນຸ​ສອນສະຖານ​ປະທານ​ໂຮ່ຈີ​ມິນ

(VOVWORLD) -    ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020 ວຽນມາ ແລະ ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 90 ປີ, ຕອນເຊົ້າວັນທີ 22 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຈູດທູບໃຕ້ທຽນບູຊາອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ເຂດອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນທໍານຽບປະທານປະເທດ.
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟ​ຸກ ຈູດ​ທູບ​ໃຕ້ທຽ​ນບູຊາອາ​ໄລຫາ​ປະທານ​ໂຮ່ຈີ​ມິນ ຢູ່ ​ເຂດອະນຸ​ສອນສະຖານ​ປະທານ​ໂຮ່ຈີ​ມິນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານຢູ່ອະນຸສອນສະຖານປະທານໂຮ່ຈີມິນ 

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາສູງບັນດາການນໍາ, ພະນັກງານ, ພາລະກອນເຮັດວຽກຢູ່ອະນຸສອນສະຖານປະທານໂຮ່ຈີມິນ ໃນທໍານຽມປະທານປະເທດ ທີ່ບັນລຸໄດ້ຜົນງານຫຼາຍຢ່າງນັບແຕ່ການເຄື່ອນໄຫວອະນຸລັກ, ຮັກສາ ຕະຫຼອດຮອດການຄົ້ນຄວ້າວິທະຍາສາດ ເພື່ອປະຕິບັດວຽກງານແນະນໍາກ່ຽວກັບຊີວິດ, ພາລະກິດ ແລະ ແບບຢ່າງຄູນສົມບັດຂອງປະທານໂຮ່ຈີມິນ. ກ່າວເຂົ້າສູ່ປິໃໝ່ປີຊວດ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີໃຫ້ ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 50 ປີ ຜ່ານມາ, ໄປຄຽງຄູ່ກັນນັ້ນ ຕ້ອງມານະພະຍາຍາມປະຕິບັດສໍາເລັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ເພື່ອສົບກັບເປັນສະຖານທີ່ແດງ ກ່ຽວກັບການສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ນໍ້າໃຈຮັກຊາດ ແລະ ມູນເຊື້ອປະຕິວັດໃຫ້ແກ່ປະຊາຊົນທຸກຊັ້ນວັນນະ, ພ້ອມທັງແມ່ນບ່ອນເຕົ້າໂຮມຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັບແພງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບທີ່ມີຕໍ່ປະທານໂຮ່ຈີມິນຜູ້ນໍາທີ່ຍິງໃຫຍ່ຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ