ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດາສໍານັກຂ່າວສານເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ OANA ຄັ້ງທີ 44

(VOVWORLD) - ສື່ມວນຊົນ ແລະ ພິເສດແມ່ນບັນດາສໍານັກຂ່່າວສານ ມີບົດບາດສໍາຄັນ ອັນໄດ້ປະກອບສ່ວນຊຸກຍູ້ການພັດທະນາຂອງສັງຄົມ, ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ, ສ້າງສັນຕິພາບໃນໂລກ.
 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດາສໍານັກຂ່າວສານເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ OANA ຄັ້ງທີ 44 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບຄະນະຜູ້ແທນບັນດາສໍານັກຂ່າວສານເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ OANA ຄັ້ງທີ 44

ຕອນບ່າຍວັນທີ 19 ເມສາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາສໍານັກຂ່າວສານ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມ ຄະນະບໍລິຫານງານ ອົງການບັນດາສໍານັກຂ່າວສານ ອາຊີ - ປາຊີຟິກ ຄັ້ງທີ 44 (OANA) ຢູ່ ຮ່າໂນ້ຍ ໂດຍ ທ່ານ Alan Aslanov, ປະທານ OANA, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານ Azertac, ອາແຊກໄບຢານ ນໍາໜ້າ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ ສື່ມວນຊົນ ແລະ ພິເສດແມ່ນບັນດາສໍານັກຂ່່າວສານ ມີບົດບາດສໍາຄັນ ອັນໄດ້ປະກອບສ່ວນຊຸກຍູ້ການພັດທະນາຂອງສັງຄົມ, ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງບັນດາປະເທດ, ສ້າງສັນຕິພາບໃນໂລກ. ທ່ານເນັ້ນໜັກວ່າ ໃນສະໄໝສັງກາດດີຈີີຕອນ, ສື່ມວນຊົນຕ້ອງຫັນວິທີການເຮັດຂ່່າວ/ບົດ, ຜະລິດຂໍ້ມູນຂ່າວເປັນທັນສະໄໝ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ໃນຍຸດທະສາດພັດທະນາຂອງຕົນ, ຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາອົງການສື່ມວນຊົນ, ບັນດານັກຂ່າວ ເຄື່ອນໄຫວ ແລະ ສົ່ງເສີມບັນດາອົງການສື່ມວນຊົນເພີ່ມທະວີການໝູນໃຊ້ເຕັກໂນໂລຢີດີຈີຕອນ.

        ສ່ວນທ່ານ Alan Aslanov ໃຫ້ຮູ້ວ່າ, ນີ້ແມ່ນເວທີປາໄສ ຊຸກຍູ້ການຮ່ວມມືສອງຝ່່າຍ ແລະ ຫຼາຍຝ່າຍລະຫວ່າງບັນດາອົງການສື່ມວນຊົນ. ບັນດາສະມາຊິກເຂົ້າຮ່ວມກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຮັບມືກັບໄພແຜ່່ຂະຫຍາຍຂ່າວທີ່ບໍ່ມີມູນຄວາມຈິງໃນປັດຈຸບັນ.  ຕາມນັ້ນແລ້ວ, ບັນດາສໍານັກຂ່າວສານ ໄດ້ເຫັນດີເປັນເອກະພາບກ່ຽວກັບທັດສະນະທີ່ວ່າ ຮັບປະກັນການຖະແຫຼງຂ່າວຖືກຕ້ອງຕາມຄວາມເປັນຈິງ, ຊັດເຈນ ແລະ ພາວະວິໄສ.

ຕອບກັບ

ຂ່າວ/ບົດ​ອື່ນ