ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງຮອງປະທານຄະນະກໍາມະການ ເອີຣົບ Federica Mogherini

(VOVWORLD) -ຫວຽດນາມ ຈະຊຸກຍູ້ການພົວພັນກັບ ອີຢູ ຢ່່າງແຮງໃນໄລຍະຈະມາເຖິງ, ພ້ອມທັງສະເໜີ ລັດຖະສະພາເອີຣົບໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ໂດຍໄວ ເພື່ອຫັນບັນດາກາລະໂອກາດຮ່ວມມືໃຫ້ປະກົດຜົນເປັນຈິງເພື່ອຮັບໃຊ້ຜົນປະໂຫຍດ ແລະ ຢັ້ງຢືນຄໍາໝັ້ນສັນຍາຂອງສອງຝ່າຍ ສໍາລັບການຄ້າເສລີ ແລະ ການລົງທຶນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງຮອງປະທານຄະນະກໍາມະການ ເອີຣົບ Federica Mogherini - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງຮອງປະທານຄະນະກໍາມະການ ເອີຣົບ Federica Mogherini (ພາບ: chinhphu.vn)

ຕອນບ່າຍວັນທີ 05 ສິງຫາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບ ທ່ານນາງຮອງປະທານຄະນະກໍາມະການ ເອີຣົບ Federica Mogherini (EC), ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ອີຢູ) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ຫວຽດນາມ ຈະຊຸກຍູ້ການພົວພັນກັບ ອີຢູ ຢ່່າງແຮງໃນໄລຍະຈະມາເຖິງ, ພ້ອມທັງສະເໜີ ລັດຖະສະພາເອີຣົບໃຫ້ສັດຕະຍາບັນສັນຍາ EVFTA ແລະ EVIPA ໂດຍໄວ ເພື່ອຫັນບັນດາກາລະໂອກາດຮ່ວມມືໃຫ້ປະກົດຜົນເປັນຈິງເພື່ອຮັບໃຊ້ຜົນປະໂຫຍດ ແລະ ຢັ້ງຢືນຄໍາໝັ້ນສັນຍາຂອງສອງຝ່າຍ ສໍາລັບການຄ້າເສລີ ແລະ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ອີຢູ ສືບຕໍ່ໜູນຊ່່ວຍ ຫວຽດນາມປະຕິບັດບັນດາມາດຕະການແກ້ໄຂ ກ້າວໄປເຖິງການຍົກເລີກບັດເຫຼືອງ ສໍາລັບ ຫວຽດນາມ ໃນການປ້ອງກັນ, ຕ້ານການຫາປາຜິດກົດໝາຍ (IUU); ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງຕະຫຼາດຢູ່ ອີຢູ ໃນບັນດາຂົງເຂດ ເຊິ່ງຫວຽດນາມມີທ່າແຮງຄື: ຜະລິດຕະພັນກະເສດ ແລະ ສິນໃນນໍ້າ; ສະເໜີ ອີຢູ ຮັກສາຫຼັກໝັ້ນຖືເປັນສໍາຄັນການເຄົາລົບກົດໝາຍສາກົນ, ສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ມີການກະທໍາກໍ່ຄວາມສັບສົນ, ຕັ້ງໜ້າປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມໝັ້້ນຄົງ ແລະ ປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ການພົວພັນລະຫວ່າງ ອີຢູ - ອາຊຽນ ກໍຄື ການຮ່ວມມືລະຫວ່າງ ຫວຽດນາມ - ອີຢູ ໃນຂອບເຂດຫຼາຍຝ່າຍ ຈະໄດ້ຮັບການເພີ່ມທະວີໃນປີ 2020 ເມື່ອຫວຽດນາມຮັບບົດບາດເປັນປະທານ ອາຊຽນ ແລະ ຄະນະກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ.

        ທ່ານນາງຮອງປະທານຄະນະກໍາມະການ ເອີຣົບ Federica Mogherini ຢັ້ງຢືນວ່າ ຫວຽດນາມຍາມໃດກໍແມ່ນບູລິມະສິດໃນການພົວພັນການຕ່າງປະເທດ ກັບ ອີຢູ. ທ່ານນາງ ກໍຢັ້ງຢືນຢ່າງແຮງກ່ຽວກັບຫຼັກໝັ້ນຂອງ ອີຢູ ສໍາລັບບັນຫາທະເລຕາເວັນອອກ, ພິເສດແມ່ນເຄົາລົບກົດໝາຍສາກົນ, ໃນນັ້ນ ມີ UNCLOS 1982; ຮັບປະກັນສິດເສລີໃນການເດີນເຮືອ, ການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ