ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ

(VOVWORLD) -ປັດຈຸບັນ ກະແສຟອງບັນດາວິສາຫະກິດຂອງ ຊູແອັດ ສົນໃຈຕໍ່ຫວຽດນາມ ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ປາດຖະໜາຢາກລງທຶນຢູ່ຫວຽດນາມ ໃນຫຼາຍຂົງເຂດ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊູແອັດ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ  Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 31 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ  Pereric Hogberg ເອກອັກຄະລັດຖະທູດ ຊູແອັດປະຈໍາຫວຽດນາມ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່່ທາງການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຊູແອັດ Pereric Hogberg ໃຫ້ຮູ້ວ່າ ປັດຈຸບັນ ກະແສຟອງບັນດາວິສາຫະກິດຂອງ ຊູແອັດ ສົນໃຈຕໍ່ຫວຽດນາມ ແມ່ນເຫັນໄດ້ຢ່າງຈະແຈ້ງ ແລະ ປາດຖະໜາຢາກລງທຶນຢູ່ຫວຽດນາມ ໃນຫຼາຍຂົງເຂດ. ຊູແອັດ ກໍເຫັນໄດ້ວ່າ ຈໍານວນວິສາຫະກິດຫວຽດນາມ ມີຄວາມສົນໃຈເຖິງປະເທດນີ້ ນັບມື້ນັບຫຼາຍຂຶ້ນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີສອງຝ່າຍ ຊຸກຍູ້ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນຢ່າງແຮງກວ່າອີກ, ໂດຍສະເພາະແມ່ນກ່ຽວກັບການປ່ຽນແປງໃໝ່ປະດິດຄິດສ້າງ, ວິທະຍາສາດ, ເຕັກໂນໂລຢີ. ບົນພື້ນຖານສາຍພົນພັນອັນດີງາມລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ສອງປະເທດຈະຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ເປັນພື້ນຖານສໍາຄັນເພື່ອຊຸກຍູ້ການພົວພັນໃນບັນດາຂົງເຂດ. 

ຕອບກັບ

ຂ່າວ/ບົດ​ອື່ນ