ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SCG ໄທ

(VOVWORLD) -ກຸ່ມບໍລິສັດ SCG  ຈະສືບຕໍ່ລົງທຶນເຂົ້າຫວຽດນາມ, ຊຸກຍູ້ບັນດາໂຄງການພວມລົງທຶນ ໃນນັ້ນມີໂຄງການອາຍແກັດຢູ່ທາງພາກໃຕ້ ໃຫ້ຮັບປະກັນຄວາມຄືບໜ້າ, ປະສິດທິຜົນ ແລະ ປົກປັກຮັກສາສິ່ງແວດລ້ອມ ເໝືອນດັ່ງຄໍາໝັ້ນສັນຍາຂອງກຸ່ມບໍລິສັດ ແລະ ເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SCG ໄທ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ SCG ໄທ (ພາບ: TTXVN)

  ວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ ຣຸງຣົດ ຣັງສີໂຢພາດ ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ SCG ໄທ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງ ບັນດາການເຄື່ອນໄຫວລົງທຶນຂອງກຸ່ມບໍລິສັດ SCG ໄທ ຢູ່ຫວຽດນາມໃນຫຼາຍຂົງເຂດຄື ທາດເຄມີ, ວັດສະດຸກໍ່ສ້າງ ແລະເຄື່ອງຫຸ້ມຫໍ່ ອັນໄດ້ປະກອບສ່ວນອັນແທດຈິງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນຄູ່່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ໄທ. ເນັ້ນໜັກ ຫວຽດນາມ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ໄທ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ກຸ່ມບໍລິສັດ SCG  ຈະສືບຕໍ່ລົງທຶນເຂົ້າຫວຽດນາມ, ຊຸກຍູ້ບັນດາໂຄງການພວມລົງທຶນ ໃນນັ້ນມີໂຄງການອາຍແກັດຢູ່ທາງພາກໃຕ້ ໃຫ້ຮັບປະກັນຄວາມຄືບໜ້າ, ປະສິດທິຜົນ ແລະ ປົກປັກຮັກສາສິ່ງແວດລ້ອມ ເໝືອນດັ່ງຄໍາໝັ້ນສັນຍາຂອງກຸ່ມບໍລິສັດ ແລະ ເຄົາລົບ ແລະ ປະຕິບັດຕາມກົດໝາຍຂອງຫວຽດນາມ.

        ທ່ານປະທານກຸ່ມບໍລິສັດ SCG ຣຸງຣົດ ຣັງສີໂຢພາດ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຊາບກ່ຽວກັບຄວາມຄືບໜ້າຂອງໂຄງການ ອາຍແກັດທາງພາກໃຕ້ ພວມໄດ້ຮັບການຜັນຂະຫຍາຍ. ຕາມນັ້ນແລ້ວ, ໂຄງການດັ່ງກ່າວ ຈະຮັບປະກັນຄວາມຄືບໜ້າ ແລະ ຄາດວ່າ ຈະນໍາເຂົ້າເຄື່ອນໄຫວໃນປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ