ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາ ຫວຽດນາມ

(VOVWORLD) -   ວັນທີ 05 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາ ຫວຽດນາມ  - ảnh 1ທ່ານນາຍົກລັດຖະມົົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ (ພາບ: TTXVN)

        ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ມີສາຍພົວພັນອັນແໜ້ນແຟ້ນ ແລະ ມີປະສິດທິຜົນກັບບັນດາອົງການຈັດຕັ້ງການເງິນໃຫຍ່ໃນໂລກ, ໃນນັ້ນ ມີທະນາຄານໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ສືບຕໍ່ພັດທະນາອຸດສາຫະກໍາຕາມທິດເຕັກໂນໂລຢີສູງ ແລະ ປາດຖະໜາວ່າ ທະນາຄານໂລກ ຈະໃຫ້ຄໍາປຶກສາ, ປະກອບຄໍາຄິດເຫັນໃຫ້ລັດຖະບານຫວຽດນາມໃນຂົງເຂດນີ້.

        ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີຫວຽດນາມ, ທ່ານ Ousmane Dione ຜູ້ອໍານວຍການແຫ່ງຊາດທະນາຄານໂລກ (WB) ປະຈໍາຫວຽດນາມ ໄດ້ຍົກອອກບາງບັນຫາ ສໍາຄັນໃນການຮ່ວມມືທີ່ກ່ຽວຂ້ອງ.  ກໍເນື່ອງໃນໂອກາດນີ້, ທ່ານ Ousmane Dione ກໍໄດ້ສົ່ງບົດລາຍງານສະບັບຫຼ້າສຸດກ່ຽວກັບບັນດາບັນຫາເສດຖະກິດ - ສັງຄົມ ຂອງຫວຽດນາມ ເຊິ່ງທະນາຄານໂລກຫາກໍປະຕິບັດສໍາເລັດ ໃຫ້ແກ່ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ຜ່ານນັ້ນປະກອບສ່ວນຊ່ວຍລັດຖະບານຫວຽດນາມມີການຕີລາຄາທີ່ຊັດເຈນກວ່າ ກ່ຽວກັບທິດທາງການພັດທະນາໃນໄລຍະຈະມາເຖິງ.

        ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກໍໄດ້ໃຫ້ການຕ້ອນຮັບທ່ານ Chey Tae Won ປະທານກຸ່ມບໍລິສັດ SK ຂອງ ສ.ເກົາຫຼີ. 

ຕອບກັບ

ຂ່າວ/ບົດ​ອື່ນ