ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາ ບັນດານັກຮົບວິລະຊົນ ຢູ່ກໍາແພງເກົ່າ ກວ໋າງຈິ

(VOVWORLD) -  ຕອນເຊົ້າວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟູກໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ ຢູ່ເຂດປູຊະນີຍະສະຖານ ກໍາແພງເກົ່າ ກວ໋າງຈິ. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາ ບັນດານັກຮົບວິລະຊົນ ຢູ່ກໍາແພງເກົ່າ ກວ໋າງຈິ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ພ້ອມດ້ວຍຄະນະ ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ທີ່ມີຕໍ່ບັນດານັກຮົບວິລະຊົນ ທີ່ໄດ້ເສຍສະລະຊີວິດເພື່ອຊາດ (ພາບ: chinhphu.vn)

  ຕອນເຊົ້າວັນທີ 15 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟູກ ແລະ ຄະນະປະຕິບັດງານຂັ້ນສູນກາງ, ການນໍາແຂວງກວ໋າງຈິ ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ ຢູ່ເຂດປູຊະນີຍະສະຖານ ກໍາແພງເກົ່າ ກວ໋າງຈິ ເນື່ອງໃນໂອກາດວັນໄຫວ້ບູຊາ ລວມ (16 ກັນຍາ) ສະຫງວນໃຫ້ແກ່ບັນດານົກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຢູ່ສະຖານທີ່ປະຫວັດສາດນີ້. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ພ້ອມດ້ວຍຄະນະ ໄດ້ສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອ ທີ່ມີຕໍ່ບັນດານັກຮົບວິລະຊົນ ທີ່ໄດ້ເສຍສະລະຊີວິດເພື່ອພື້ນຖານເອກະລາດ, ເສລີພາບ ຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ