ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັນບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ ຫວຽດນາມ ຫາກໍ່ໄດ້ຮັບແຕ່ງຕັ້ງ

(VOVWORLD) -ຕອນບ່າຍວັນທີ 4 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັນບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ ຫວຽດນາມ ທີຫາກໍ່ໄດ້ຮັບການແຕ່ງຕັ້ງກ່ອນທີ່ຈະເດີນທາງໄປຮັບໜ້າທີ່. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັນບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ  ຫວຽດນາມ ຫາກໍ່ໄດ້ຮັບແຕ່ງຕັ້ງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັນບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າ  ຫວຽດນາມ ຫາກໍ່ໄດ້ຮັບແຕ່ງຕັ້ງ (ພາບ: VGP) 

ທ່ານນາຍົກລັດຖະມົນຕີຫວຽດນາມ ເຊື່ອໝັ້ນວ່າບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າຈະປະຕິບັດສຳເລັດພາລະໜ້າທີ່ສຳຄັນນີ້ເປັນຢ່າງດີ, ເໝາະສົມກັບພາລະໜ້າທີ່ສຳຄັນເຊີ່ງພັກ,ລັດຖະບານ ແລະ ປະຊາຊົນມອບໝາຍໃຫ້. ທ່ານນາຍົກລັດຖະມົນຕີຫວຽດນາມ ເນັ້ນໜັກວ່າການທູດເສັດຖະກິດແມ່ນໜ້າທີ່ຈຸດສຸມ, ບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕາງໜ້າຕ້ອງອັບເດດສະພາບການ, ຊອກຫາ, ແນະນຳບັນດາກຸ່ມບໍລິສັດໃຫຍ່ມາຫວຽດນາມ, ຄາດຄະເນ ແລະ ເປັນເສນາທີການໃຫ້ແກ່ພັກ, ລັດຖະບານກ່ຽວກັບສະພາບການໂລກ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າໃນອາຍຸການຂອງຕົນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າສຳນັກງານຜູ້ຕ້ອງມີແຜນການລະອຽດ, ໃກ້ຊິດຕິດແທດກັບຄວາມຮຽກຮ້ອງຕ້ອງການໜ້າທີ່; ເຄື່ອນໄຫວການທູດຕ້ອງມີຫົວຄິດປະດິດສ້າງ, ມີໄຫວພິບ, ສະຫຼາດຄ່ອງແຄ້ວ. ພ້ອມກັນນັ້ນຊາບຊຶມບັນດາໜ້າທີ່ການຕ່າງປະເທດ, ບັນດາໜ້າທີ່ຫຼັກແຫຼ່ງເຊິ່ງພັກ, ລັດຖະບານ, ກະຊວງການຕ່າງປະເທດມອບໝາຍໃຫ້; ເອົາໃຈໃສ່, ຊ່ວຍເຫຼືອປະຊາຄົມຢູ່ປະເທດປະຈຳຖິ່ນ. ໃນນັ້ນເອົາໃຈໃສ່ວຽກງານປະຊາຄົມ, ສ້າງປະຊາຄົມໃຫ້ເຕີບໃຫຍ່ເຂັ້ມແຂງ, ຮັກສາວັດທະນະທຳ, ຊຸກຍູ້ການສອນພາສາ ຫວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ