ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານສະພາຕໍ່າ ຣູມານີ

(VOVWORLD) -ຕອນເຊົ້າວັນທີ 16 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານສະພາຕໍ່າຣູມານີ Liviu Dragnea. 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານສະພາຕໍ່າ ຣູມານີ - ảnh 1ການເຈລະຈາລະຫວ່າງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານສະພາຕໍ່າຣູມານີ Liviu Dragnea (ພາບ: VGP)

ໂດຍສືບຕໍ່ການຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ຕອນເຊົ້າວັນທີ 16 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບທ່ານປະທານສະພາຕໍ່າຣູມານີ Liviu Dragnea. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ ສະພາຕໍ່າ ຣູມານີ ເອົາໃຈໃສ່ຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ຍູ້ແຮງການແລກປ່ຽນໃນຂົງເຂດນິຕິບັນຍັດລະຫວ່າງສະພາແຫ່ງຊາດສອງປະເທດ; ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ແລະ ລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດ.

        ທ່ານປະທານສະພາຕໍ່ຣູມານີ Liviu Dragnea ຢັ້ງຢືນວ່າ ສະພາຕໍ່າຣູມານີ ຖືເປັນສໍາຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່່າງ ຫວຽດນາມ ແລະ ຣູມານີ; ພ້ອມທັງຢືນຢັນວ່າ ສະພາຕໍ່າຣູມານີ ຈະສະໜັບສະໜູນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ອີຢູ ໄດ້ຮັບການລົງນາມໂດຍໄວໃນອາຍຸການເປັນປະທານໝູນວຽນ ອີຢູ ຂອງ ຣູມານີ. ທ່ານປະທານສະພາຕໍ່າຖືວ່າ ນີ້ແມ່ນຈຸດເວລາທີ່ສໍາຄັນເພື່ອເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດ ເຊິ່ງສອງປະເທດມີທ່າແຮງ ແລະ ມີຄວາມສາມາດບົ່ມຊ້ອນໃຫ້ດີກວ່່າອີກ.ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກ ນະຄອນຫຼວງ Bucharest, ເລີ່ມຕົ້ນການເດີນທາງໄປຢ້ຽມຢາມ ສ.ເຊັກໂກຢຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis.


ຕອບກັບ

ຂ່າວ/ບົດ​ອື່ນ