ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່

(VOVWORLD) -ຕອນເຊົ້າວັນທີ 28 ສິງຫາ, ຢູ່ສໍານັກງານລັດຖະບານ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາປະເທດຄົບຮອບ 74 ປີ ແລະ ວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ ຄົບຮອບ 50 ປີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່ໂດຍກົງ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະສັງສັນກັບບັນດາພະນັກງານພັກກິນເບ້ຍບໍານານທີ່ເຄີຍຮັບໃຊ້ລຸງໂຮ່ (ພາບ: TTXVN)

        ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະຄໍາອວຍພອນສຸຂະພາບມາຍັງພະນັກງານພັກກິນເບ້ຍບໍານານທຸກຄົນທີ່ເຄີຍໄດ້ຮັບໃຊ້ປະທານໂຮ່ຈີມິນໂດຍກົງ. ທ່ານນາຍົກລັດຖະມົນຕີຖືວ່າ ບຸກຄົນເຫຼົ່ານັ້ນ ແມ່ນບັນດາແບບຢ່າງທີ່ພົ້ນເດັ່ນຂອງຄວາມຈົ່ງຮັກພັກດີ, ການອຸທິດສ່ວນໃຫ້ແກ່ການປະຕິວັດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ, ພັກ, ລັດ ຍາມໃດກໍເຄົາລົບ ແລະ ຈົດຈໍາບັນດາຄຸນງາມຄວາມດີ, ການຮັບໃຊ້ຢ່າງສຸດຈິດສຸດໃຈຂອງພະນັກງານພັກກິນເບ້ຍບັນນານທີ່ມີຕໍ່ລຸງໂຮ່.

        ໄລ່ມາຮອດປັດຈຸບັນ, ບັນດາບຸກຄົນເຫຼົ່ານັ້ນ ຍັງຄົງຮັກສາຄຸນນະທາດການປະຕິວັດ, ຄວາມສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງເປັນແວນແຍງອັນໃສແຈ້ງໃຫ້ແກ່ລູກຫຼານ ແລະ ທ້ອງຖິ່ນ, ສືບຕໍ່ອຸທິດສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດ. ທ່ານນາຍົກລັດຖະມົນຕີ ກໍສະແດງຄວາມເຊື່ອໝັ້ນວ່າ ພວກເພິ່ນ ຈະສືບຕໍ່ຮໍ່າຮຽນຕາມປະທານໂຮ່ຈີມິນ ແລະ ເປັນແວນແຍງອັນໃສແຈ້ງໃນສັງຄົມ.


ຕອບກັບ

ຂ່າວ/ບົດ​ອື່ນ