ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກກັບການນໍາແຂວງໄຕນິງ

(VOVWORLD) -ຕອນເຊົ້າວັນທີ 21  ສິງຫາ, ຢູ່ແຂວງ ໄຕນິງ ຂອງຫວຽດນາມ, ທ່ານນາຍົກລັດຖະມົນຕີີຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຮ່ວມກັບການນໍາບາງກະຊວງ, ຂະແໜງການລົງເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ໄຕນິງ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກກັບການນໍາແຂວງໄຕນິງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການເຮັດວຽກ

(ພາບ: Vu Dung/VOV)

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ດ້ວຍທ່າແຮງໃນທົ່ວແຂວງມີເກືອບ 65% ເນື້ອທີ່ເປັນດິນກະສິກໍາ ທີ່ມີຄຸນນະພາບສູງ ສາມາດທໍາການປູກຝັງໄດ້, ນີ້ແມ່ນເງື່ອນໄຂທໍາມະຊາດທີ່ສະດວກຂອງແຂວງ ໄຕນິງ ໃນການພັດທະນາຂະແໜງກະສິກໍາ. ພ້ອມກັນນັ້ນ, ແຂວງໄຕນິງ ຕັ້ງຢູ່ລະຫວ່າງນະຄອນ ໂຮ່ຈີມິນ ເຊິ່ງເປັນສູນເສດຖະກິດໃຫຍ່ທີ່ສຸດຂອງຫວຽດນາມ ແລະ ນະຄອນຫຼວງ ພະນົມເປັນ, ປະເທດກໍາປູເຈຍ, ທ່ານນາຍົກລັດຖະມົນຕີຖືວ່າ ນີ້ແມ່ນເງື່ອນໄຂສະດວກ ແຕ່ກໍແມ່ນສິ່ງທ້າທາຍສໍາລັບແຂວງໄຕນິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ການນໍາແຂວງໄຕນິງ ຕ້ອງມີບັນດາມາດຕະການ ເພື່ອສ້າງການພັດທະນາບຸກທະລຸໃນການພັດທະນາເສດຖະກິດ, ສັງຄົມຂອງທົ່ວແຂວງ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 21 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ລົງຢ້ຽມຢາມນິຄົມກະເສດ ລອງແທງ ຢູ່ເມືອງລອງແທ່ງ, ແຂວງ ໄຕນິງ.


ຕອບກັບ

ຂ່າວ/ບົດ​ອື່ນ