ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນບ່າຍວັນທີ 18 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ  ຫງວຽນຊວັນຟຸກ ໄດ້ມາຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ມຽນມາ ຢ່າງເປັນທາງການ ແຕ່ວັນທີ 16 – 18 ທັນວາ.
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ສິ້ນ​ສຸດ​ການ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ  (ພາບ: chinhphu.vn)

ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະກັບ ປະທານາທິບໍດີ ວິນມິນ, ເຈລະຈາກັບ ທ່ານນາງ ຊານຊູກີ ທີ່ປຶກສາແຫ່ງລັດ ມຽນມາ ແລະ ພົບປະກັບປະທານສະພາແຫ່ງຊາດ ຄຸນມິດ. ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຢ່າງສະໜິດສະໜົມ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງມິນຄອຍ ໄດ້ຕິດຕາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕີລາຄາວ່າ:

        “ທາງຝ່່າຍ ມຽນມາ ໄດ້ໃຫ້ການຕ້ອນຮັບຢ່າງສົມກຽມ ແລະ ສະໜິດສະໜົມ. ໃນບັນດາການພົບປະຂັ້ນສູງ, ທາງຝ່າຍ  ມຽນມາ ກໍມີຄວາມຈິງໃຈ. ອາດຈະເວົ້າໄດ້ວ່າ ສານໃນການຢ້ຽມຢາມຄັ້ງນີີ້ ລະຫວ່າງຫວຽດນາມ - ມຽນມາ ແມ່ນສອງປະເທດມີມູນເຊື້ອມາແຕ່ດົນນານ ໄດ້ຮັບການເສີມສ້າງໃນສະໄໝປະທານໂຮ່ຈີມິນ ແລະ ຜູ້ນໍາ ອອງຊາງ. ການນໍາສອງຝ່າຍໄດ້ຢືນຢັນວ່າ: ຈະເພີ່ມທະວີສາຍພົວພັນລະຫວ່າງສອງປະເທດ”.

        ພາຍຫຼັງການເຈລະຈາກັບ ທ່ານນາງ ຊານຊູກີ ທີ່ປຶກສາແຫ່ງລັດ ມຽນມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ:

        “ຈຸດທີ່ພົ້ນເດັ່ນທີ່ສຸດ ແມ່ນພວກຂ້າພະເຈົ້າມີຄວາມປະທັບໃຈ ຕໍ່ໝາກຜົນໃນຂົງເຂດການຄ້າ, ການລົງທຶນ ລະຫວ່າງສອງປະເທດ ໄດ້ພັດທະນາຢ່າງວ່ອງໄວ. ມາຮອດປີນີ້, ການຄ້າລະຫວ່າງສອງປະເທດ ໄດ້ບັນລຸວົງເງິນສູງກວ່່າລະດັບຄາດຄະເນ ຄື 1 ຕື້ USD ແລະ ຍັງສືບຕໍ່ຈະເພີ່ມຂຶ້ນສູງກວ່ານີ້ອີກ. ສອງຝ່າຍກໍໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ສະແດງການສະໜັບສະໜູນກັນ ຢູ່ບັນດາເວທີພາກພື້ນ ແລະ ສາກົນ”.

     

ຕອບກັບ

ຂ່າວ/ບົດ​ອື່ນ