ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນຊວັນ​ຟຸກ ອອກ​ເດີນທາງ​ໄປ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ຢ້ຽມຢາມ ສາທາລະນະລັດ ສະຫະພັນ ມຽນມາ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 18 ທັນວາ ປີ 2019.
ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນຊວັນ​ຟຸກ ອອກ​ເດີນທາງ​ໄປ​ຢ້ຽມຢາມ ມຽນມາ ຢ່າງ​ເປັນ​ທາງ​ການ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ພ້ອມດ້ວຍພັນລະຍາ ເດີນທາງໄປຢ້ຽມຢາມ ມຽນມາ ຢ່າງເປັນທາງການ (ພາບ: chinhphu.vn)

        ຕອນບ່າຍວັນທີ 16 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານຫວຽດນາມ ໄດ້ອອກຈາກຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ສາທາລະນະລັດ ສະຫະພັນ ມຽນມາ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 18 ທັນວາ ປີ 2019 ຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ມຽນມາ U Win Myint.

        ການຢ້ຽມຢາມ ມຽນມາ ຄັ້ງນີ້ ແມ່ນເພື່ອແນໃສ່ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຮອບດ້ານ ກັບ ມຽນມາ ເປັນສໍາຄັນ, ພ້ອມແລ້ວທີ່ຈະຮ່ວມມືກັບ ມຽນມາໃນທຸກຂົງເຂດ, ຜ່ານນັ້ນ ເພີ່ມທະວີຄວາມໄວ້ວາງໃຈ, ຄວາມໄວ້ເນື້ອເຊື່ອໃຈ, ນໍາການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບໝັ້ນແກ່ນ ແລະ ມີປະສິດທິຜົນກວ່າເກົ່າ.


ຕອບກັບ

ຂ່າວ/ບົດ​ອື່ນ