ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມການເມືອງການທະຫານທົ່ວກອງທັບ

(VOVWORLD) -  ວັນທີ 08 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ ໄລຍະ 6 ເດືອນຕົ້ນປີ 2019 ພາຍໃຕ້ການເປັນປະທານຂອງທ່ານພົນເອກ ໂງຊວັນລິກ, ຮອງເລຂາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມການເມືອງການທະຫານທົ່ວກອງທັບ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

        ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຄວນຕີລາຄາຢ່າງຊັດເຈນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເຈົ້າການເປັນເສນາທິການໃຫ້ແກ່ພັກ, ລັດ ມີນະໂຍບາຍແກ້ໄຂບັນດາກໍລະນີ, ບໍ່ປະໃຫ້ຕົກເຂົ້າໃນທ່າຮັບ ແລະ ກະທັນຫັນ; ຍື່ນສະເໜີລັດຖະບານປະກາດແຜນການ, ໂຄງການດໍາເນີນງານຜັນຂະຫຍາຍປະຕິບັດມະຕິ, ບົດສະຫຼຸບຂອງກົມການເມືອງ ກ່ຽວກັບບັນດາຍຸດທະສາດປ້ອງກັນຊາດ, ການທະຫານ ແລະ ບັນດາແຜນຮ່າງ, ໂຄງການ. ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ສືບຕໍ່ຊີ້ນໍາທົ່ວກອງທັບປະຕິບັດບົດບາດແກ່່ນສານສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມປ້ອງກັນຊາດທົ່ວປວງຊົນ ຕິດພັນກັບທ່າສະໜາມປ້ອງກັນຄວາມສະຫງົບປະຊາຊົນ. ໄປຄຽງຄູ່ກັນນັ້ນ, ບັນດາກົມກອງ ຈົ່ງຮັກສາທ່າກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ເປັນເຈົ້າການສົມທົບກັບບັນດາກໍາລັງປ້ອງກັນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ບັນດາເຫດການການເມືອງ, ຮັກສາສະຖຽນລະພາບທາງດ້ານການເມືອງໃນບໍລິເວນທົ່ວປະເທດ ແລະ ບັນດາການເຄື່ອນໄຫວເສດຖະກິດທາງທະເລ; ຕັ້ງໜ້າ, ເປັນເຈົ້າການຕໍ່ສູ້, ສະກັດກັ້ນການລວງລໍ້າອະທິປະໄຕທະເລ, ໝູ່ເກາະ, ຊາຍແດນຂອງປະເທດຊາດ ດ້ວຍມາດຕະການໂດຍສັນຕິວິທີ, ສ້າງສະພາບແວດລ້ອມສັນຕິພາບ ເພື່ອພັດທະນາປະເທດຊາດ.

        ນອກຈາກນັ້ນ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ຊີ້ນໍາບັນດາກົມກອງ ສືບຕໍ່ປະຕິບັດວຽກງານເຊື່ອມໂຍງເຂົ້າກັບສາກົນ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດສອງຝ່່າຍໃຫ້ແທດຈິງ, ມີສະຖຽນລະພາບ ແລະ ປະສິດທິຜົນ; ເປັນເຈົ້າການກະກຽມທຸກດ້ານໃຫ້ເປັນຢ່າງດີ ເພື່ອເຂົ້າຮ່ວມບັນດາການເຄື່ອນໄຫວ ເມື່ອ ຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ ໃນປີ 2020, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງກອງທັບ ແລະ ປະເທດຊາດ ໃນເວທີສາກົນ...


ຕອບກັບ

ຂ່າວ/ບົດ​ອື່ນ