ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ​ເຂົ້າຮ່ວມ​ພິທີ​ເປີດ​ປະຕູ​ຖານ​ບໍລິການ ສາທາລະນະ​ແຫ່ງ​ຊາດ

(VOVWORLD) -   ຕອນບ່າຍວັນທີ 9 ທັນວາ ຢູ່ຮ່າໂນ້ຍ ໄດ້ດໍາເນີນ ພິທີເປີດປະຕູຖານບໍລິການສາທາລະນະແຫ່ງຊາດ. 
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ​ເຂົ້າຮ່ວມ​ພິທີ​ເປີດ​ປະຕູ​ຖານ​ບໍລິການ ສາທາລະນະ​ແຫ່ງ​ຊາດ - ảnh 1ພິທີເປີດປະຕູຖານບໍລິການ ສາທາລະນະແຫ່ງຊາດ 

     ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ການສ້າງປະຕູຖານບໍລິການ ສາທາລະນະຂັ້ນຕ່າງໆ ແລະ ປະຕູຖານບໍລິການ ສາທາລະນະແຫ່ງຊາດ ແມ່ນມີບົດບາດສໍາຄັນທີ່ສຸດ ໃນການສ້າງລັດຖະບານເອເລັກໂຕນິກ, ແມ່ນຊ່ອງທາງຕິດຕໍ່ພົວພັນເອເລັກໂຕນິກ ລະຫວ່າງປະຊາຊົນ ແລະ ວິສາຫະກິດ ກັບອົງການແຫ່ງລັດ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ:

        “ບັນດາກະຊວງ, ແຂວງຕ່າງໆ ສືບຕໍ່ຍົກລະດັບ ປະຕູຖານບໍລິການສາທາລະນະຂອງກະຊວງ, ທ້ອງຖິ່ນຂອງຕົນ ເພື່ອຮັບປະກັນການເຊື່ອມຕໍ່, ແບ່ງປັນຂໍ້ມູນຂ່າວສານ ກັບ ປະຕູຖານບໍລິການ ສາທາລະນະແຫ່ງຊາດ; ຍົກລະດັບສ້າງບັນດາການບໍລິການສາທາລະນະໃຫ້ສົມບູນແບບ ກ່ອນທີ່ຈະເອົາລົງ ປະຕູຖານບໍລິການ ສາທາລະນະແຫ່ງຊາດ; ຍູ້ແຮງການຊໍາລະເອເລັກໂຕນິກ, ສ້າງຖານຂໍ້ມູນແຫ່ງຊາດລວມ”.


 

ຕອບກັບ

ຂ່າວ/ບົດ​ອື່ນ