ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ປະ​ຈໍາ​ລັດຖະບານ​ກ່ຽວກັບ​ໂລ​ກລະບາດ ​ໂຄ​ວິດ - 19

(VOVWORLD) -       ຕອນເຊົ້າວັນທີ 9 ມິຖຸນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ ກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ປະ​ຈໍາ​ລັດຖະບານ​ກ່ຽວກັບ​ໂລ​ກລະບາດ ​ໂຄ​ວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ:  VGP)

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແຕ່ຕ້ອງເຝົ້າລະວັງ ແລະ ບໍ່ຕ້ອງປະໝາດ ເມື່ອຈໍານວນຜູ້ຕິດເຊື້ອໃນໂລກຍັງຫຼາຍ ແລະ ກວດພົບຫຼາຍກໍລະນີຕິດເຊື້ອຄືນໃໝ່່ຢູ່ຫຼາຍປະເທດ. ທ່ານຖືວ່າ ວຽກງານສໍາຄັນທີ່ສຸດໃນຈຸດເວລານີ້ ແມ່ນຕ້ອງໜູນຊ່ວຍການຜະລິດດໍາເນີນທຸລະກິດພາຍໃນປະເທດ, ລວມທັງການພິຈາລະນາເຖິງເລື່ອງອະນຸຍາດໃຫ້ບັນດານັກຊ່ຽວຊານ, ນັກລົງທຶນ, ກໍາມະກອນທີ່ເປັນມືອາຊີບຕ່າງປະເທດເຂົ້າມາຫວຽດນາມ ໂດຍມີການຄວບຄຸມ ແລະ ມີມາດຕະການດ້ານສາລະນະສຸກທີ່ເໝາະສົມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ຕ້ອງສືບຕໍ່ຍູ້ແຮງການເຄື່ອນໄຫວນໍາເຂົ້າ - ສົ່ງອອກ, ການຄ້າ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ. ສໍາລັບເລື່ອງມີປະຊາຊົນຫວຽດນາມຫຼາຍຄົນທີ່ອາໄສຢູ່ຕ່າງປະເທດ ຢາກກັບມາປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການ ສະເໜີມາດຕະການຕ່າງໆທີ່ເໝາະສົມເພື່ອແກ້ໄຂບັນຫາດັ່ງກ່າວ.  

 ທ່ານນາຍົກລັດຖະມົນຕີ ຖືວ່າ ວຽກງານສຳຄັນໃນຂະນະນີ້ແມ່ນຕ້ອງໜູນຊ່ວຍການຜະລິດ, ດຳເນີນທຸລະກິດພາຍໃນປະເທດ, ນັບທັງ ຄິດໄລ່ເຖິງການອະນຸຍາດໃຫ້ນັກຊ່ຽວຊານ, ນັກລົງທຶນ, ກຳມະກອນທີ່ມີສີມືອາຊີບຕ່າງປະເທດເຂົ້າຫວຽດນາມໂດຍມີການຄວບຄຸມ ແລະ ຕ້ອງມີມາດຕະການປ້ອງກັນພະຍາດຢ່າງເໝາະສົມຈາກຂະແໜງການແພດ

        ພິເສດ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ບໍ່ຈຳກັດຈຳນວນຖ້ຽວບິນຂົນສົ່ງນັກຊ່ຽວຊານ, ນັກທຸລະກິດ, ນັກສຶກສາ, ນັກຮຽນ, ຜູ້ມີອາຍຸສຸງ… ຕາມມາດຕະຖານຂໍ້ກຳນົດກັບຄືນມາປະເທດ. ກ່ຽວກັບການເປີດບັນດາຖ້ຽວບິນການຄ້າສາກົນຄືນໃໝ່, ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ຄະນະຊີ້ນຳປະກາດເຂດປອດໄພເພື່ອເປີດບັນດາຖ້ຽວບິນກັບບັນດາບໍລິເວນ ເຊິ່ງບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ ໃນຮອບເວລາ 30 ມື້ທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ