ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບ ສະຖານີໂທລະພາບ ຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກໄດ້ເຮັດວຽກກັບການນໍາຫຼັກແຫຼ່ງຂອງສະຖານີໂທລະພາບຫວຽດນາມ (VTV). 
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບ ສະຖານີໂທລະພາບ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບ ສະຖານີໂທລະພາບ ຫວຽດນາມ (ພາບ: VGP)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ສະຖານີໂທລະພາບຫວຽດນາມ ຍາມໃດກໍຮ່ວມເດີນທາງພ້ອມກັບສະພາບການຂອງປະເທດຊາດ, ໃກ້ຊິດຕິດແທດ ແລະ ໂຄສະນາບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດດ້ວຍຫຼາຍຮູບຫຼາຍແບບ, ປະຕິບັດບົດບາດເປັນຢ່າງດີ ການໃຫ້ຂ່າວໄດ້ສ່ອງແສງທຸກດ້ານຂອງຊີວິດເສດຖະກິດ, ສັງຄົມ ຢ່າງອຸດົມສົມບູນ. ທ່ານນາຍົກລັດຖະມົນຕີ ສະເໜີ VTV ຕ້ອງປະກອບສ່ວນສ້າງ ແລະ ຫຼໍ່ລ້ຽງຄວາມໄຝ່ຝັນອັນໃຫຍ່ຫຼວງຂອງປະເທດຊາດ. VTV ຕ້ອງບືນຕົວອອກໄປສູ່ລະດັບພາກພື້ນ ແລະ ທະວີບ, ແມ່ນຊ່ອງຂໍ້ມູນຂ່າວສານທີ່ນໍາໜ້າ, ມີອິດທິພົນຊື່ສຽງ. VTV ບໍ່ພຽງແຕ່ແມ່ນຊ່ອງໂທລະພາບທີ່ສ່ອງແສງເຖິງສະພາບການຂອງສັງຄົມເທົ່ານັ້ນ ຫາກຍັງແມ່ນແວ່ນແຍງ ເພື່ອໃຫ້ທຸກຄົນເບິ່ງຄືນຕົນເອງ ແລະ ປ່ຽນແປງຕົນເອງ ເຮັດໃຫ້ສັງຄົມນັບມື້ນັບສວຍງາມກວ່່າ ແລະ ປະເທດຊາດພັດທະນາກວ່າ.

        ທ່ານນາຍົກລັດຖະມົນຕີ ສະເໜີ VTV ຕ້ອງສ້າງຄວາມເຫັນດີເຫັນພ້ອມ, ຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ, ຂອງປະຊາຊົນ, ພິເສດແມ່ນໄວໜຸ່ມ ແລະ ພາລະກິດແຫ່ງການປະຕິວັດໃຫ້ແຮງກ້າກວ່າອີກ. ໃນສະພາບການປະຕິວັດອຸດສາຫະກໍາ 4.0 ນີ້, VTV ຕ້ອງນໍາໜ້າໃນການໝູນໃຊ້ເຕັກໂນໂລຢີໃຫ້ຫຼາຍກວ່າອີກ, ຊໍ້າບໍ່ໜໍາ ຕ້ອງເປັນອົງການນໍາໜ້າໃນການໝູນໃຊ້ເຕັກໂນໂລຢີລຸ້ນໃໝ່ອີກດ້ວຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີ ໃຫ້ VTV ຈົ່ງຄຸ້ມຄອງເນື້ອໃນຂອງບັນດາລາຍການທີ່ຫັນເປັນຂອງສັງຄົມ ໃຫ້ດີກວ່່າອີກ, ການໂຄສະນາໃນຊ່ອງໂທລະພາບ VTV ຕ້ອງຖືກຕ້ອງ ແລະ ໄດ້ຮັບການຢັ້ງຢືນກວດກາ. 

ຕອບກັບ

ຂ່າວ/ບົດ​ອື່ນ