ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39

(VOVWORLD) -    ຕອນບ່າຍວັນທີ 18 ກັນຍາ. ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39 ທີ່ດຳເນີນຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໃຫ້ການຕ້ອນຮັບບັນດາຫົວໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39 (ພາບ: TTXVN)

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກສະເໜີໃຫ້ບັນດາປະເທດສະມາຊິກ ASEANAPOL ເພີ່ມທະວີການຮ່ວມມືສືບສວນ, ມ້າງທຳລາຍຄະດີທີ່ມີລັກສະນະຂ້າມຊາດໃຫ້ຫຼາຍກ່ວາອີກ, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ປະສົບການໃນການຕໍ່ສູ້, ຕ້ານ ແລະ ສະກັດກັ້ນອາດຊະຍາກຳດ້ວຍຈິດໃຈຮັບຜິດຊອບສູງມີຄວາມເຊື່ອໝັ້ນເຊິ່ງກັນແລະກັນ, ສະມັກຄີກັນເພື່ອອາຊຽນເອກະພາບ ແລະ ວັດທະນາຖາວອນ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ກອງປະຊຸມ ASEANAPOL 39 ສືບຕໍ່ປຶກສາຫາລືບັນດາຢ່າງເຂັ້ມງວດ, ຍົກອອກບັນດາມາດຕະການທີ່ເປັນໄປໄດ້ເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງກຳລັງຕຳຫຼວດບັນດາປະເທດອາຊຽນໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີກໍ່ຢັ້ງຢືນວ່າ ພັກ, ລັດ, ລັດຖະບານ ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການເພີ່ມທະວີ, ເປີດກວ້າງການຮ່ວມມືກັບເພື່ອນມິດສາກົນໃນຫຼາຍຂົງເຂດ. ຫວຽດນາມໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກ ສປຊເລືອກຕັ້ງເປັນກຳມະການບໍ່ປະຈຳການສປຊ ອາຍຸການ 2020 – 2021; ຫວຽດນາມກໍ່ຈະເປັນປະທານອາຊຽນໃນປີ 2020.

        ຕ່າງໜ້າຄະນະຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ ASEANAPOL 39, ທ່ານພົນເອກ Muhammad Tito Karnavian , ຜູ້ບັນຊາການຕຳຫຼວດແຫ່ງຊາດ ອິນໂດເນເຊຍ, ກ່າວເຖິງບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງໃນພາກພື້ນ. ພ້ອມທັງຢັ້ງຢືນວ່າ ຜ່ານການຍູ້ແຮງການຮ່ວມມື, ຜ່ານກົນໄກ ASEANAPOL, ການຮັບປະກັນຄວາມສະຫງົບປອດໄພ, ຄວາມໝັ້ນຄົງໃນພາກພື້ນ, ບັນດາປະເທດອາຊຽນຈະມີເງື່ອນໄຂພັດທະນາເສດຖະກິດ. ທ່ານເຊື່ອໝັ້ນວ່າ ການຈັດຕັ້ງກອງປະຊຸມຄັ້ງນີ້ຈະເປັນຂີດໝາຍໃນການເຄື່ອນໄຫວຂອງ ASEANAPOL.

ຕອບກັບ

ຂ່າວ/ບົດ​ອື່ນ