ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ

ທ່ານນາຍົກລັດຖະມົນຕີຫວຽດນາມຕ້ອນຮັບຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ ທ່ານ ສູນທອງ ຄັນທະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ

(vovworld) - ທີ່​ການ​ຕ້ອນຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 07/12 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດຖະບານ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ເລື່ອງ​​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ; ຍາມ​ໃດ​ກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ 2 ປະ​ເທດ​ສຳ​ເລັດ​ໜ້າ​ທີ່​ດ້ານ​ການ​ເມືອງ​​ເຊິ່ງ​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ; ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ​ສຳ​ເລັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ປະກອບສ່ວນ​ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ 2 ປະ​ເທດ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ, ສະໜິດ​ຕິດ​ພັນ​​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື. ທ່ານ​ນາຍົກລັດຖະມົນຕີ ຕີລາຄາ​ສູງ​ໝາກຜົນ​ແຫ່ງ​ການ​ເຮັດ​ວຽກ, ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ສຳນັກ​ຂ່າວສານ​ຂອງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າ​ຍຄວນ​ສືບ​ຕໍ່​ປຶກສາ​ຫາລື, ປັບປຸງ, ​ເຫັນ​ດີ​ເປັນ​ເອກະ​ພາບ​ແຜນການ, ທິດ​ທາງ​ຮ່ວມ​ມື ​ເພື່ອ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ, ໜ້າ​ທີ່​ຂອງສຳນັກ​ຂ່າວສານ​ແຕ່ລະ​ປະ​ເທດ​ກ່ວາ​ອີກ ​ໃນ​ການ​ສະໜ​ອງຂໍ້​ມູນ​ຂ່າວ​​ໃຫ້​ຖືກຕ້ອງ, ທັນ​ການ​ເຖິງ​ສື່ີມວນ​ຊົນ​ແຕ່ລະ​ປະ​ເທດ. ​ເພີ່ມ​ທະວີ​ວຽກ​ງານ​​​ໂຄສະນາ​ແນວ​ທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ 2 ປະ​ເທດ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ ​ແລະ ກຳ​ແໜ້ນ; ​ໂຄສະນາ​ເຜີຍ​ແຜ່​ຮູບ​ພາບ ​ແລະ ການ​ພົວພັນ​ຄວາມ​ສາມ​ັກຄີ​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ​ເຖິງ​ເພື່ອນ​ມິດສາ​ກົນ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​​ເຄື່ອນ​ໄຫ​ວພົວພັນ​ຕ່າງປະ​ເທດ​ທີ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ ​ເຊິ່ງ 2 ຝ່າຍ​ເປັນ​ສະມາຊິກ ​ເພື່ອ​ມຸ່ງ​ໄປ​ເຖິງ​ສະພາບ​ຮັບປະກັນ​ໃຫ້​ຂໍ້​ມູນ​ຂ່າ​ວສານມີ​ຄວາມດຸ່ນດ່ຽງ, ພາວະ​ວິ​ໄສ.

ຂ່າວ/ບົດ​ອື່ນ