ທ່ານນາຍົກລົດຖະມົນຕີຫວຽດນາມຟາມມິງຈິ້ງ: ຫວຽດນາມຍາມໃດກໍ່ຈົດຈຳນຳ​ໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງປະເທດເພື່ອນມິດ ຣູ​ມາ​ນີ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ ໄດ້ຊີ້ແຈງວ່າ: ຫວຽດນາມ ຍາມໃດກໍ່ຈົດຈຳເຖິງບັນດານ້ຳໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າຂອງ ຣູມານີ ທີ່ສະຫງວນໃຫ້ແກ່ ຫວຽດນາມ ສະເໝີມາ;
ທ່ານນາຍົກລົດຖະມົນຕີຫວຽດນາມຟາມມິງຈິ້ງ: ຫວຽດນາມຍາມໃດກໍ່ຈົດຈຳນຳ​ໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອຂອງປະເທດເພື່ອນມິດ ຣູ​ມາ​ນີ - ảnh 1ຜູ້ຕາງໜ້າສະມາຄົມມິດຕະພາບ ຣູມານີ - ຫວຽດນາມ ມອບຂອງຂວັນໃຫ້ແກ່ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ໂດຍສືບຕໍ່ວາລະຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 21 ມັງກອນ ຜ່ານມາ, ທີ່ນະຄອນຫຼວງ ບູຄາເລດ, ທ່ານນາຍົກລົດຖະມົນຕີຫວຽດນາມ ຟາມມິງຈິ້ງ ໄດ້ພົບປະກັບບັນດາສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ. ໄລຍະຜ່ານມາ, ສະມາຄົມ, ອົງການຈັດຕັ້ງ, ເພື່ອນມິດ ຣູມານີ ໄດ້ປະສານສົບທົບຢ່າງຕັ້ງໜ້າກັບສະຖານເອກອັກຄະລັດຖະທູດຫວຽດນາມປະຈຳ ຣູມານີ ແລະ ປະຊາຄົມຊາວຫວຽດນາມຈັດຫຼາຍກິດຈະກຳທີ່ມີຄວາມໝາຍ, ຄວາມສຳຄັນເຊັ່ນ: ສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆຂອງ ຫວຽດນາມ ແລະ ຣູມານີ, ກິດຈະກຳດ້ານສິລະປະ, ວັດທະນະທຳ, ຈັດງານວາງສະແດງ, ກອງປະຊຸມພົບປະເຈລະຈາ… ແລະຫຼາກຫຼາຍກິດຈະກຳພົວພັນການຕ່າງປະເທດ.

ກ່າວຄຳເຫັນທີ່ງານພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ ໄດ້ຊີ້ແຈງວ່າ: ຫວຽດນາມ ຍາມໃດກໍ່ຈົດຈຳເຖິງບັນດານ້ຳໃຈ ແລະ ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າຂອງ ຣູມານີ ທີ່ສະຫງວນໃຫ້ແກ່ ຫວຽດນາມ ສະເໝີມາ; ຫວັງວ່າເພື່ອນມິດຕະພາບ ຣູມານີ ຈະສືບຕໍ່ເຜີຍແຜ່ໃຫ້ປະຊາຊົນ ໂລມາເນຍ ເພື່ອຊຸກຍູ້ສາຍພົວພັນຂອງສອງປະເທດນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມຟາມມິງຈິ້ງໄດ້ຢ້ຽມຢາມແລະເຮັດວຽກທີ່ມະຫາວິທະຍາໄລກໍ່ສ້າງບູຄາເລດ, ໜຶ່ງໃນບັນດາໂຮງຮຽນແຖວໜ້າຂອງ ຣູມານີ.

ໃນຂອບເຂດການເດີນທາງຢ້ຽມຢາມ ຣູມານີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ, ວັນທີ 21 ມັງກອນຜ່ານມາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທ໋ງເຊີນ ໄດ້ພົບປະເຈລະຈາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດໂລມາເນຍ Luminita Odobescu. ທີ່ກອງປະຊຸມພົບປະເຈລະຈາ, ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາກົນໄກການປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງຢ່າງເປັນປະຈຳ; ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃໝ່ລະຫວ່າງສອງກະຊວງການຕ່າງປະເທດໂດຍໄວ, ສ້າງພື້ນຖານການຮ່ວມມືໂດຍກົງລະຫວ່າງບັນດາກົມ, ກອງ, ສະຖາບັນຄົ້ນຄ້ວາຂອງສອງກະຊວງ. ລັດຖະມົນຕີກະຊວງການຕ່າງປະເທດສອງທ່ານ ກໍ່ໄດ້ເຫັນດີເປັນເອກະພາບປະສານສົມທົບກັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ແຮງງານ, ການສຶກສາບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນສອງຊາດໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ