ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເປັນປະທານກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງກຽນຢາງ

(VOVWORLD) -ກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງປະຈຳປີ 2019 ດ້ວຍຫົວຂໍ້ວ່າ: “ກຽນຢາງ-ທ່າແຮງບົ່ມຊ້ອນ, ກາລະໂອກາດການລົງທຶນແລະພັດທະນາແບບຍືນຍົງ”.
ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເປັນປະທານກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງກຽນຢາງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງ (ພາບ: chinhphu.vn)

  ວັນທີ 29 ກໍລະກົດ, ທີ່ນະຄອນແຢັກຢ໋າ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກເປັນປະທານກອງປະຊຸມສົ່ງເສີມການລົງທຶນແຂວງກຽນຢາງປະຈຳປີ 2019 ດ້ວຍຫົວຂໍ້ວ່າ: “ກຽນຢາງ-ທ່າແຮງບົ່ມຊ້ອນ, ກາລະໂອກາດການລົງທຶນແລະພັດທະນາແບບຍືນຍົງ”. ມີຜູ້ແທນເກືອບ 500 ທ່ານ,ໃນນັ້ນມີການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແລະຕົ້ນຕໍແມ່ນບັນດາວິສະຫະກິດທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າຮ່ວມກອງປະຊຸມ. ກອງປະຊຸມມີຈຸດປະສົງແນະນຳ, ເຊື້ອເຊີນບັນດານັກລົງທຶນເຂົ້າມາຊອກຮູ້ກາລະໂອກາດລົງທຶນໃນ 118 ບັນຊີລາຍຊື່ໂຄງການໃນຂົງເຂດດ້ານການທ່ອງທ່ຽວ, ດ້ານກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ, ການຜະລິດອຸດສະຫະກຳ ແລະສິ່ງແວດລ້ອມ.

        ທ່າແຮງແຂວງກຽນຢ່າງແມ່ນມີຕົວເມືອງຫຼາຍເຂດຕັ້ງຢູ່ແຄມທະເລ, ມີປູສະນີຍະສະຖານທາງດ້ານວັດທະນະທຳອັນເກົ່າແກ່ຫຼາຍແຫ່ງ, ມີທັດສະນີຍະສະພາບທີ່ເປັນເອກະລັກ, ມີເຂດທະເລທີ່ກ້ວາງໃຫ່ຍພ້ອມກັບເກາະນ້ອຍ,ໃຫ່ຍກວ່າ 100 ແຫ່ງ. ນັບແຕ່ປີ 2015ທີ່ຜ່ານມາ, ທາງແຂວງໄດ້ສຸມໃສ່ພັດພະນາເມືອງເກາະຝູກ໊ວກ, ລົງທຶນໃນເຂດພື້ນຖານໂຄງລ່າງຄົມມະນາຄົມແລະພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວ… ທາງແຂວງຍັງພ້ອມຍູ້ແຮງແກ້ໄຂຈຸດຄົງຄ້າງກ່ຽວກັບລະບຽບການບໍລິຫານ, ເຮັດສຳເລັດຂໍ້ກອບນິຕິກຳ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ. ພ້ອມດຽວກັນນັ້ນກໍ່ຍັງໄດ້ຍູ້ແຮງເຮັດສຳເລັດການວາງແຜນກຳນົດ, ສ້າງບັນດານະໂຍບາຍບູລິມະສິດ, ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມໃຫ້ສຳເລັດບໍລິບູນ.

ຕອບກັບ

ຂ່າວ/ບົດ​ອື່ນ