ທ່ານນາຍົກລັດຖະມົນຕີຫວຽດາມ ຫງວຽນຊັວນຟຸກ: ຕັດສິນໃຈສ້າງລັດຖະບານເອເລັກໂຕນິກ

(VOVWORLD) -ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ປະທານຄະນະກໍາມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ, ໄດ້ເປັນປະທານກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີເນັດ ຄະນະກໍາມະການແຫ່ງຊາດກ່ຽວກັບລັດຖະບານເອເລັກໂຕນິກ ກັບ ບັນດາຄະນະຊີ້ນໍາກໍ່ສ້າງລັດຖະບານເອເລັກໂຕນິກ, ອໍານາດການປົກຄອງເອເລັກໂຕນິກຂອງກະຊວງ, ຂະແໜງການ, ທ້ອງຖິ່ນ. 
ທ່ານນາຍົກລັດຖະມົນຕີຫວຽດາມ ຫງວຽນຊັວນຟຸກ: ຕັດສິນໃຈສ້າງລັດຖະບານເອເລັກໂຕນິກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ 

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກສະເໜີບັນດາຜູ້ແທນສຸມໃສ່ປຶກສາຫາລືກ່ຽວກັບສະພາບການຜັນຂະຫຍາຍການກໍ່ສ້າງລັດຖະບານເອເລັກໂຕນິກ, ໂດຍສະເພາະແມ່ນບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດ. ການແບ່ງໜ້າທີ່ລະອຽດ ແລະ ຈັດຕັ້ງກົງຈັກຂອງບັນດາກະຊວງ, ຂະແໜງການ, ຜ່ານນັ້ນຖອດຖອນບົດຮຽນ, ວິທີສ້າງ ແລະ ນໍາໃຊ້ທີ່ສະດວກຈາກບັນດາທ້ອງຖິ່ນ, ກະຊວງ, ຂະແໜງການ. ທ່ານນາຍົກລັດຖະມົນຕີກໍເຈາະຈີ້ມໃຫ້ບັນດາຜູ້ແທນປຶກສາຫາລືກ່ຽວກັບບັນດາມາດຕະການຮັບປະກັນຄວາມເປັນເອກະພາບກ່ຽວກັບວິທີສ້າງ ແລະ ນໍາໃຊ້, ເຊື່ອມຕໍ່ຢ່າງຄົບຊຸດຈາກສູນກາງລົງຮອດທ້ອງຖິ່ນ; ຮັບປະກັນຄວາມສະຫງົບປອດໄພ ໃນວິວັດການຜັນຂະຫຍາຍລັດຖະບານເອເລັກໂຕນິກຢ່າງເດັດຂາດ, ຖ້າຫາກເຫັນວ່າຍັງບໍ່ມີຄວາມປອດໄພ ແມ່ນບໍ່ຄວນເຄື່ອນໄຫວລັດຖະບານເອເລັກໂຕນິກເທື່ອ. ທ່ານກ່າວວ່າ:

“ກ່ຽວກັບວິໄສທັດ, ຕ້ອງສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ. ນີ້ແມ່ນການແກ້ໄຂ 4 ສາຍພົວພັນ, 2 ສາຍພົວພັນຢູ່ພາຍນອກ ນັ້ນຄື: ລັດຖະບານກັບ ປຊາຊາ ແລະ ລັດຖະບານ ກັບ ວິສາຫະກິດ. ຈຸດປະສົງກໍ່ແມ່ນເພື່ອປະຊາຊົນ, ສະນັ້ນ ພວກເຮົາຈຶ່ງປະຕິບັດ”.

        ໃນຊຸມເດືອນທ້າຍປີ 2019 ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ສຸມໃສ່ຜັນຂະຫຍາຍການເຊື່ອມຕໍ່ໃຫ້ລຸລ່ວງ, ຮັບ-ສົ່ງເອກະສານເອເລັກໂຕນິກ; ສ້າງບັນດາລະບົບຂໍ້ມູນຂ່າວສານຮັບໃຊ້ໃຫ້ແກ່ການບໍລິຫານ; ພື້ນຖານຂໍ້ມູນແຫ່ງຊາດ; ປະຕູຖານຂໍ້ມູນບໍລິການສາທາລະນະ; ລະບົບຂໍ້ມູນເອເລັກໂຕນິກປະຕູດຽວຂັ້ນກະຊວງ, ຂັ້ນແຂວງ; ສະໜອງການບໍລິການໂດຍກົງຜ່ານເຄືອຂ່າຍອິນເຕີເນັດລະດັບ 3, ລະດັບ 4 ຕາມລາຍການ ໂດຍນາຍົກລັດຖະມົນຕີໄດ້ປະກາດໃຊ້; ຄວາມສາມາດກຽມພ້ອມເຊື່ອມຕໍ່ການແບ່ງປັນຂໍ້ມູນກັບປະຕູຖານຂໍ້ມູນບໍລິການສາທາລະນະແຫ່ງຊາດ.

ຫວູຢຸງ

ຕອບກັບ

ຂ່າວ/ບົດ​ອື່ນ