ທ່ານ​ນາຍົກລັດຖະມົນຕີອັງກິດ ປະຕິ​​ເສດຄໍາຮຽກຮ້ອງ​ຈັດ​ຕັ້ງ​ການ​​ລົງປະຊາ​ມະຕິ ກ່ຽວກັບ​ບັນຫາ​ເອກະລາດ​ຂອງ​ເຂດ Scotland

(VOVWORLD) - ວັນທີ 14 ມັງກອນ, ໃນຈົດໝາຍສົ່ງເຖິງທ່ານ  Nicola Sturgeon ຜູ້ວ່າການ ເຂດ Scotland, ການນໍາພັກຊົນຊາດ Scotland (SNP), ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ປະຕິເສດຄໍາຮຽກຮ້ອງອະນຸຍາດໃຫ້ອໍານາດການປົກຄອງເຂດ Scotland ຈັດຕັ້ງການລົງປະຊາມະຕິຄັ້ງໃໝ່ ກ່ຽວກັບບັນຫາເອກະລາດຂອງເຂດນີ້.
ທ່ານ​ນາຍົກລັດຖະມົນຕີອັງກິດ ປະຕິ​​ເສດຄໍາຮຽກຮ້ອງ​ຈັດ​ຕັ້ງ​ການ​​ລົງປະຊາ​ມະຕິ ກ່ຽວກັບ​ບັນຫາ​ເອກະລາດ​ຂອງ​ເຂດ Scotland - ảnh 1ທ່ານນາຍົກລັດຖະມົນຕີອັງກິດ Boris Johnson (ພາບ: TTXVN)

        ຕາມທ່ານ Johnson ແລ້ວ, ກົດໝາຍອະນຸຍາດໃຫ້ Scotland ຈັດຕັ້ງການເອົາປະຊາມະຕິເມື່ອປີ 2014 ໄດ້ຊີ້ແຈ້ງວ່າ ນັ້ນແມ່ນການປ່ອນບັດ ເຊິ່ງມີພຽງແຕ່ຄັ້ງດຽວເທົ່ານັ້ນ. ຜົນຂອງການລົງປະຊາມະຕິດັ່ງກ່າວ ສະແດງໃຫ້ເຫັນວ່າ 55% ຈໍານວນປະຊາຊົນຢູ່່ເຂດນີ້ ຢາກຢູ່ໃນອັງກິດ ຕໍ່ໄປອີກ,ໃນນັ້ນ 45% ແມ່ນຢາກແຍກອອກເປັນເອກະລາດ. ທ່ານ Johnson ຢັ້ງຢືນວ່າ ນະຄອນຫຼວງ Edinburgh ຂອງ Scotland ໄດ້ຍອມຮັບປະຕິບັດຕາມໝາກຜົນດັ່ງກ່າວ. ທ່ານ Johnson ຢັ້ງຢືນວ່າ ລອນດອນ ຈະສືບຕໍ່ເຄົາລົບການຕັດສິນຂອງປະຊາຊົນ Scotland ແລະ ຄໍາໝັ້ນສັນຍາ ເຊິ່ງອໍານາດປົກຄອງເຂດນີ້ ໄດ້ປະກາດຢູ່ຕໍ່ໜ້າປະຊາຊົນ. ດັ່ງນັ້ນ, ທ່ານ Johnson ບໍ່ຍອມຮັບບໍ່ວ່າ ຄໍາຮຽກຮ້ອງມອບໂອນສິດອໍານາດໃດ ທີ່ພາໄປເຖິງເລື່ອງສືບຕໍ່ລົງຕັ້ງບັນດາການເອົາປະຊາມະຕິຄັ້ງໃໝ່ກ່ຽວກັບບັນຫານີ້. 

ຕອບກັບ

ຂ່າວ/ບົດ​ອື່ນ