ທ່ານນາຍົກລັດຖະມົນຕີອິນເດຍຢ້ຽມຢາມຈີນຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີອິນເດຍຢ້ຽມຢາມຈີນຢ່າງເປັນທາງການ - ảnh 1
ທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ແລະ ທ່ານ​ນາຍົກລັດຖະມົນຕີຈີນ ຫລີ​ເຄີ​ຊຽນ
(ພາບ:
AP)

(vovworld) - ຕອນ​ຄຳ່​ມື້ວັນ​ທີ 22/10, ທ່ານນາຍົກລັດຖະມົນຕີອິນເດຍ Manmohan Singh ​ໄດ້​​ໄປຮອດ​ນະຄອນຫຼວງບັກ​ກິງ, ​ເລິ່ມຕົ້ນການ​ຢ້ຽມຢາມຈີນຢ່າງເປັນທາງການໃນເວລາສາມວັນ . ຄາດວ່າ,ຜູ້ນຳອິນເດຍຈະ​ມີ​ການ​ພົບ​ປະ​ກັບ​ທ່າ​ນປະທານ​ປະ​ເທດ​ຈີນ​ ສີ​ຈິ້ນຜິ​ງ​ ແລະທ່ານ​ປະທານ​ຄະນະ​​ປະຈຳ​ສະພາ​ຜູ້​ແທນປະຊາຊົນ​​ແຫ່ງ​ຊາດຈີນ ຈາງ​ຕື​ແຈງ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີຈີນ ຫລີ​ເຄີ​ຊຽນ. ນອກຈາກ​ນັ້ນ​, ທ່ານ​ນາຍົກລັດຖະມົນຕີ Singh ຈະ​ມີ​ບົດ​ກ່າວ​ປາ​ໄສ​ຢູ່​ໂຮງຮຽນພັກສູນ​ກາງ​ຂອງ​ພັກ​ຄອມ​ມູນິດ​ຈີນ​.​

 ນີ້​​ແມ່ນ​ການ​ຢ້ຽມຢາມຂັ້ນສູງ​ສຳຄັນ​ເທື່ຶອທີ​ສອງ​ລະ​ຫວ່າງສອງ​ປະ​ເທດຫຼັງຈາກ​ການ​ຢ້ຽມຢາມ​ອິນ​ເດຍຂອງທ່ານ​ນາຍົກລັດຖະມົນຕີຈີນຫລີ​ເຄີ​ຊຽນ​ໃນ​ເດືອນ​ 5 ຜ່ານ​ມາ​ແລະ​ກໍ່​ເປັນ​ເທື່ອ​ທຳ​ອິດ​ນັບ​ຕັ້ງ​ແຕ່​ປີ 1954 ​ເປັນຕົ້ນມາ, ທ່ານ​ນາຍົກລັດຖະມົນຕີຂອງທັງ​ສອງ​ປະ​ເທດ​​ໄດ້​ໄປມາຢ້ຽມຢາມ​​ເຊິ່ງກັນ​ແລະ​ກັນ​ໃນ​ປີດຽວ, ​ມີ​ຄວາມ​ໝາຍສຳຄັນ​​​ໃນ​ການເຮັດ​ໃຫ້​​ສາຍ​ພົວພັນຄູ່​ຮ່ວມ​ມື​ພົວພັນ​ຍຸດ​ທະ​ສາດ​ສອງ​ຝ່າຍເລິກ​ເຊິ່ງຂຶ້ນຕື່ມ​ໃນ​ສະຖານະການ​ໃນ​ພາກພື້ນອາຊີ - ປາຊີ​ຟິກ ພວມ​ມີ​ການ​ຫັນປ່ຽນ​​ຢ່າງ​ໃຫຍ່ຫຼວງກ່ຽວກັບນະໂຍບາຍຫັນປ່ຽນດ້ານ​ການ​ປ້ອງ​ກັນຄວາມ​ສະຫງົບ​ຂອງ​ອະ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ