ທ່ານນາຍົກລັດຖະມົນຕີອິນເດຍເລີ່ມຕົ້ນການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ໄປເຖິງ ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ. ນີ້ແມ່ນປະເທດທຳອິດໃນການເດີນທາງໄປຢ້ຽມຢາມ 3 ປະເທດ ອິນໂດເນເຊຍ, ມາເລເຊຍ ແລະ ສິງກະໂປ ຂອງທ່ານ Modi ເພື່ອແນໃສ່ເພີ່ມທະວີບັນດາການພົວພັນ ແລະ ຮ່ວມມືລະຫວ່າງອິນເດຍ ກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ທ່ານນາຍົກລັດຖະມົນຕີອິນເດຍເລີ່ມຕົ້ນການຢ້ຽມຢາມ 3 ປະເທດອາຊີຕາເວັນອອກສ່ຽງໃຕ້ - ảnh 1ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi

(ພາບ: Indian Express)

ຕາມແຜນການແລ້ວ, ໃນໄລຍະຢູ່ຢ້ຽມຢາມອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ມີບັນດາການປຶກສາຫາລືລະອຽດກັບທ່ານປະທານາທິບໍດີອິນໂດເນເຊຍ Joko Widodo. ນອກນັ້ນ, ທ່ານກໍ່ຈະພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ປະຊາຄົມຊາວອິນເດຍ ອາໄສຢູ່ອິນໂດເນເຊຍ.

      ຕໍ່ຈາກນັ້ນ, ທ່ານ Narendra Modi ຈະໄປຢ້ຽມຢາມຢູ່ນະຄອນຫຼວງ ກົວລາລຳເປີ ຂອງມາເລເຊຍ ແລະ ພົບປະກັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad. ແລະການຢ້ຽມຢາມປະເທດສິງກະໂປ ແມ່ນປະເທດສຸດທ້າຍໃນການເດີນທາງຢ້ຽມຢາມຂອງທ່ານ Narendra Modi.

ຕອບກັບ

ຂ່າວ/ບົດ​ອື່ນ