ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງຍົກສູງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ​-19

(VOVWORLD) ທ່ານນາຍົກລະຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19
ທ່ານນາຍົກລັດຖະມົນຕີຮຽກຮ້ອງຕ້ອງຍົກສູງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ​-19 - ảnh 1ກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນ
(ພາບ: VGP)

ຕອນບ່າຍວັນທີ 15 ກຸມພາ (ກົງກັບວັນທີ 4 ບຸນເຕັດ ໄລ່ຕາມຈັນທະປະຕິທິນຫວຽດນາມ), ທ່ານນາຍົກລະຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕໍ່ໜ້າການຜັນແຜ່ຂອງໂລກລະບາດທີ່ເກີດຂຶ້ນຢ່າງສັບສົນຢູ່ຫຼາຍທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ນຳບັນດາມາດຕະການແກ້ໄຂແມ່ນຕ້ອງຍົກສູງຂຶ້ນລະດັບໜຶ່ງ, ໃນນັ້ນມີເລື່ອງຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ, ບັນດາກະຊວງ, ຂະແໜງການຕ້ອງສະເໜີບັນດາມາດຕະການແກ້ໄຂຢ່າງແຮງກວ່າ, ໃນນັ້ນມີບັນຫາວັກຊິນ.

ກ່ຽວກັບຄົນເຈັບຊາວຍີ່ປຸ່ນ, ອາຍຸ 54 ປີເສຍຊີວິດນັ້ນ, ຜ່ານການວິໄຈຫາເຊື້ອມີຜົນເປັນບວກກັບເຊື້ອພະຍາດໂຄວິດ-19, ທ່ານລັດຖະມົນຕີກະຊວງສາທານະສຸກໃຫ້ຮູ້ວ່າ, ນະຄອນຮ່າໂນ້ຍ ຕ້ອງຖືນີ້ແມ່ນຜູ້ຕິດແປດໃນຊຸມຊົນ, ຕ້ອງຜັນຂະຫຍາຍມາດຕະການຕາມຫາເຊື້ອ, ແຍກຕົວຢູ່ບັນດາເຂດຜູ້ນີ້ໄດ້ມາ. ບັນດາທ້ອງຖິ່ນຕ້ອງມີຄວາມລະມັດລະວັງສູງ ແລະ ເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ກວ່າອີກ, ຕິດຕາມທຸກກໍລະນີ, ໂດຍສະເພາະແມ່ນຜູ້ເຂົ້າເມືອງຈາກຕ່າງປະເທດນັບແຕ່ວັນທີ 15 ມັງກອນມາຮອດປະຈຸບັນ.

ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ຮອດຕອນບ່າຍວັນທີ 15 ກຸມພາ, ຫວຽດນາມ ມີຜູ້ຕິິດເຊື້ອພະຍາດໂຄວິດ-19 ໃໝ່ 41 ຄົນ, ໃນນັ້ນ ຮ່າໂນ້ຍ 3 ຄົນ (1 ຄົນໄດ້ແຍກຕົວພາຍຫຼັງເຂົ້າເມືອງ), ຢູ່ແຂວງຫາຍເຢືອງ 38 ຄົນ.

ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອຍາດໂຄວິດ-19 ກວ່າ 109 ລ້ານຄົນ, ໃນນັ້ນມີ 2.41 ລ້ານຄົນເສຍຊີວິດ. ອາເມລິກາ ແລະ ບຣາຊິນ ສືບຕໍ່ແມ່ນ 2 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ