ທ່ານນາຍົກລັດຖະມົນຕີເຂົ້າຮ່ວມການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດຢູ່ແຂວງກວ໋າງນາມຄົບຮອບ 75 ປີ

(VOVWORLD) -ມາຮອດປະຈຸບັນ, ເຫດການສຳຄັນຍິ່ງນີ້ຍັງສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ພວກເຮົາ.

ທ່ານນາຍົກລັດຖະມົນຕີເຂົ້າຮ່ວມການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດຢູ່ແຂວງກວ໋າງນາມຄົບຮອບ 75 ປີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖ່າຍຮູບພ້ອມບັນດາຜູ້ແທນເຂົ້າຮ່ວມພິທີ

(ພາບ: TTXVN)

ຕອນເຊົ້າວັນທີ 03 ມັງກອນຢູ່ນະຄອນຕາມກີ່, ແຂວງກວ໋າງນາມ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ເຂົ້າຮ່ວມການພົບປະເນື່ອງໃນໂອກາດສະເຫຼີມສະຫຼອງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດຢູ່ແຂວງກວ໋າງນາມຄົບຮອບ 75 ປີ (06 ມັງກອນ 1946 – 06 ມັງກອນ 2020) ແລະສະຫຼຸບການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດແຂວງກວ໋າງນາມ ຊຸດທີ 14 (ອາຍຸການ 2016 – 2021).

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ມາຮອດປະຈຸບັນ, ເຫດການສຳຄັນຍິ່ງນີ້ຍັງສ້າງບົດຮຽນອັນລ້ຳຄ່າໃຫ້ແກ່ພວກເຮົາ. ທ່ານນາຍົກລັດຖະມົນຕີຍັງໄດ້ສະເໜີຄືນຄຳເວົ້າຂອງທ່ານພົນເອກ ຫວໍງວຽນຢ໊າບ ທີ່ວ່າ: ສຳລັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 1, ຊາດ ຫວຽດນາມ ແມ່ນຊາດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ໄດ້ສ້າງຕັ້ງລັດທີ່ມີລະບອບການເມືອງດ້ວຍຮູບການປະຊາທິປະໄຕສູງສຸດແມ່ນບໍ່ຈຳແນກບັດເລືອກຕັ້ງ. ນັ້ນແມ່ນຈິດໃຈປະຊາທິປະໄຕຂອງພັກ ແລະ ປະທານ ໂຮ່ຈີມິນ ນັບແຕ່ມື້ທຳອິດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ວັນເລືອກຕັ້ງທົ່ວປະເທດນີ້ຍັງເປັນບົດຮຽນເພື່ອໃຫ້ ຫວຽດນາມ ສ້າງລະບອບລະບຽບການໃນການເລືອກຕັ້ງຂອງ ຫວຽດນາມໃຫ້ສົມບູນແບບ. ນັ້ນແມ່ນການເລືອກຕັ້ງທົ່ວປະເທດເພື່ອສ້າງອຳນາດການປົກຄອງຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ