ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ປຶກສາຫາລືລວງເລິກກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ແລະ ໃນປະຈຸບັນ
ທ່ານນາຍົກລັດຖະມົນຕີເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ທີ່ກອງປະຊຸມຄະນະປະຈຳລັດຖະບານ
(ພາບ: TTXVN)

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ປຶກສາຫາລືລວງເລິກກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ ແລະ ໃນປະຈຸບັນ, ໃຫ້ຂໍ້ສັງເກດສະພາບການ ເພື່ອຍົກອອກບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນທີ່ສຸດໃນໄລຍະຈະມາເຖິງ. ໃນນັ້ນສຸມໃສ່ບັນດາບັນຫາຄື: ວຽກງານຊີ້ນຳ, ນຳພາໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ບັນດາມາດຕະການແກ້ໄຂ, ວິທີຜັນຂະຫຍາຍໃນໄລຍະຜ່ານມາ; ຄວາມສາມາດຮັບມືຂອງບັນດາຂະແໜງ, ທຸກຂັ້ນຕໍ່ສະພາບການເກີດຂຶ້ນໂດຍບັງເອີ້ນ.

        ປະຈຸບັນ, ບັນດາຂະແໜງການ, ທ້ອງຖິ່ນພວມປະຕິບັດບັນດາການຊີ້ນຳ, ຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ແລະ ຂ້ຽວຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ