ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ດ້ວຍ​ຫົວ​ເລື່ອງ​ສ້າງ​ກົດ​ໝາຍ

(VOVWORLD) - ຕອນເຊົ້າວັນທີ 12 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມລັດຖະບານດ້ວຍຫົວເລື່ອງສ້າງກົດໝາຍໃນເດືອນກໍລະກົດປີ 2020, ສຸມໃສ່ປຶກສາຫາລືຮ່າງກົດໝາຍ 4 ສະບັບ ໃນນັ້ນມີກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ).
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ດ້ວຍ​ຫົວ​ເລື່ອງ​ສ້າງ​ກົດ​ໝາຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດເປັນປະທານກອງປະຊຸມ (ພາບ: VGP) 

ເມື່ອປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ (ສະບັບປັບປຸງ), ທ່ານນາຍົກລັດຖະມົນຕີຖືວ່າ ຮ່າງກົດໝາຍຕ້ອງສ້າງກອບນິຕິກຳທີ່ບໍ່ແຂງກະດ້າງເກີນໄປເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານປ້ອງກັນ, ສະກັດກັ້ນຢາເສບຕິດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຮ່າງກົດໝາຍໄດ້ເນັ້ນໜັກເຖິງການຮ່ວມມືສາກົນໃນການປ້ອງກັນ, ຕ້ານຢາເສບຕິດແມ່ນຈຳເປັນ ແລະ ໃນໄລຍະທີ່ຜ່ານມາ ຫວຽດນາມໄດ້ປະຕິບັດວຽກງານນີ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ