ທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດ,ວິສາຫະກິດແຖວຫນ້າຂອງສິງກະໂປ

(VOVWORLD) -ສືບຕໍ່ບັນດາການເຄື່ອນໄຫວສົ່ງເສີມການລົງທຶນໃນຂອບເຂດການຢ້ຽມຢາມສິງກະໂປ, ຕອນບ່າຍວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານການໂອ້ລົມສົນທະນາກັບປະທານ, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ 15 ທ່ານ ຂຶ້ນກັບກຸຸ່ມບໍລິສັດ, ວິສາຫະກິດແຖວຫນ້າຂອງສິງກະໂປ ພວມ ແລະ ກະກຽມການຜັນຂະຫຍາຍການເຄື່ອນໄຫວລົງທຶນຢູ່ຫວຽດນາມ. 

ການໂອ້ລົມສົນທະນາ ໂດຍກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບສະຫະພັນວິສາຫະກິດສິງກະໂປ ຈັດຕັ້ງ.

 ກ່າວຄຳເຫັນນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສິງກະໂປ ພວມບັນລຸໄດ້ຫລາຍຜົນງານຢ່າງແຮງ. ທ່ານແຈ້ງໃຫ້ບັນດາວິສາຫະກິດ ສິງກະໂປຮັບຊາບກ່ຽວກັບລັກສະນະດີເລີດເມື່ອມາລົງທຶນຢູ່ຫວຽດນາມ. ບັນດວິສາຫະກິດ ສິງກະໂປ ໃຫ້ຮູ້ວ່າ: ໄດ້ສ້າງຍຸດທະສາດ ແລະ ກຽມພ້ອມລົງທຶນໃນຫລາຍຂົງເຂດຢູ່ຫວຽດນາມ ແລະ ໃຫ້ຄຳໝັ້ນໝາຍວ່າ ຈະນຳມາເຊິ່ງບັນດາເຕັກໂນໂລຊີໃຫມ່ສຸດ, ທັນສະໄຫມທີ່ສຸດໃນໂລກເຂົ້າໃນບັນດາໂຄງການຜະລິດດຳເນີນທຸລະກິດຢູ່ຫວຽດນາມ, ຜ່ານນັ້ນ ສືບຕໍ່ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ປະຊາຊົນຫວຽດນາມ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມມະຫາວິທະຍາໄລ ຄຸ້ມຄອງ ສິງກະໂປ.

ທ່ານນາຍົກລັດຖະມົນຕີໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດ,ວິສາຫະກິດແຖວຫນ້າຂອງສິງກະໂປ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມທ່າກຳປັ່ນ PSA 

ກ່ອນຫນ້ານັ້ນ,ຕອນເຊົ້າວັນທີ 27 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມທ່າກຳປັ່ນ PSA ແລະ ຢ້ຽມຢາມ Supply Chain City ຂຶ້ນກັບກຸ່ມບໍລິສັດ YCH Group, ລະບົບສະຫນອງບັນດາບໍລິການ logistic ແລະ ບັນດາມາດຕະການຕົວເມືອງ, ສະຫນອງການບໍລິການພະລາທິການ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງກ່ຽວກັບຂັ້ນຕອນແກ້ໄຂ, ເຄື່ອນໄຫວ ແລະ ເລື່ອງໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານທີ່ກ້າວຫນ້າຂອງທ່າກຳປັ່ນ. ເມື່ອຢ້ຽມຢາມ ລະບົບສະຫນອງບັນດາການບໍລິການ logistic ແລະ ບັນດາມາດຕະການຕົວເມືອງ, ສະຫນອງບໍລິການພະລາທິການຢ່າງທັນສະໄຫມຂອງ Supply Chain City, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງຮູບແບບເຄື່ອນໄຫວຢ່າງທັນສະໄຫມ, ດີເລີດຂອງກຸ່ມບໍລິສັດ YCH , ໃນນັ້ນ Supply Chain City ໄດ້ນຳໃຊ້ເຕັກໂນໂລຊີຫລາຍຢ່າງ ຊື່ງຫວຽດນາມ ຍັງບໍ່ທັນມີ.

ຕອບກັບ

ຂ່າວ/ບົດ​ອື່ນ