ທ່ານນາຍົກລັດຖະມົນຕີໄທ ຖະແຫຼງ ຈະຍົກເລີກຄໍາສັ່ງຫ້າມເຄື່ອນໄຫວດ້ານການເມືອງໃນເດືອນທັນວາ

(VOVWORLD) -ວັນທີ 30 ຕຸລາ, ຜູ້ນໍາລັດຖະບານ ໄທ ນາຍພົນ ປຣາຢຸດ ຈັນໂອຊາ ຖະແຫຼງວ່າ ຄໍາສັ່ງຫ້າມເຄື່ອນໄຫວດ້ານການເມືອງຢູ່ປະເທດນີ້ ຈະຖືກຍົກເລີກໃນເດືອນທັນວາ ຢ່າງແນນອນ. 

ນີ້ໄດ້ຮັບຖືວ່າ ແມ່ນບາດກ້າວເດີນສໍາຄັນໃຫ້ແກ່ການຈັດຕັ້ງການເລືອກຕັ້ງທົ່ວປະເທດ ເຊິ່ງຈະໄດ້ດໍາເນີນໃນປີຕໍ່ໄປ, ທັງນີ້ເພື່ອຊ່ວຍໃຫ້ບັນດາພັກຝ່າຍຂອງໄທ ໄດ້ຈັດຕັ້ງບັ້ນຂົນຂວາຍຜູ້ມີສິດເລືອກຕັ້ງໃຫ້ແກ່ການເລືອກຕັ້ງຈະມາເຖິງ ຢ່າງເປັນທາງການ.

        ທ່ານນາຍົກລັດຖະມົນຕີ ປຣາຢຸດ ຈັນໂອຊາ ໃຫ້ຮູ້ວ່າ ທ່ານເອົາໃສ່ໃຈເຖິງບົດບາດດ້ານການເມືອງພາຍຫຼັງການເລືອກຕັ້ງທົ່ວປະເທດ. ເຖິງຢ່າງໃດກໍຕາມ, ປັດຈຸບັນ ທ່ານ ປຣາຢຸດ ຈັນໂອຊາ ຍັງບໍ່ເຂົ້າຮ່ວມພັກຝ່າຍໃດເທື່ອ. ຖ້າຫາກການເລືອກຕັ້ງຖືກດໍາເນີນໃນເດືອນ ກຸມພາ ປີ 2019 ບັນດາສະມາຊິກລັດຖະສະພາ ຢາກຫາສຽງເລືອກຕັ້ງນັ້ນ ຕ້ອງເຂົ້າຮ່ວມພັກຝ່າຍໃດຝ່າຍໜຶ່ງ ຍ້ອນວ່າຕາມກົດໝາຍແລ້ວ, ບັນດາຜູ້ສະໝັກເລືອກຕັ້ງຕ້ອງເຂົ້າຮ່ວມພັກຢ່າງໜ້ອຍສຸດແມ່ນ 90 ວັນ.

        ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ພັກ ເພື່ອໄທ ຂອງອະດີດນາຍົກລັດຖະມົນຕີ ທີ່ຖືກໂຄ່ນລົ້ມ, ທ່ານທັກສິນ ຊິນນະວັດ   ແລະ ທ່ານນາງ ຍິ່ງລັກ ຊິນນະວັດ ໄດ້ເລືອກທ່ານ ວິໂລດ ດໍາລົງຕໍາແໜ່ງເປັນປະທານ ເພື່ອດໍາເນີນການຫາສຽງເລືອກຕັ້ງໃຫ້ທີ່ນັ່ງນາຍົກລັດຖະມົນຕີ.


ຕອບກັບ

ຂ່າວ/ບົດ​ອື່ນ