ທ່ານ​ນາ​ຍົກ​ລັ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້​ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຈົບ​ງາມ

(VOVWORLD) - ບັນດາຄູ່ຮ່ວມມືກໍ່ລ້ວນແຕ່ຕີລາຄາສູງໝາກຜົນຂອງການພັດທະນາເສດຖະກິດ ສັງຄົມ, ການບໍລິຫານຂອງ ລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ, ກໍ່ຄືບົດບາດທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ ອາຊຽນ ແລະ ພາກພື້ນ.
ທ່ານ​ນາ​ຍົກ​ລັ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ໄດ້​ສິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 43 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຈົບ​ງາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP )

ຕອນເຊົ້າວັນທີ 8 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນລະຫວ່າງວັນທີ 4 - 7 ກັນຍາ ຢູ່ຈາກາຕາ, ປະເທດ ອິນໂດເນເຊຍ ຢ່າງຈົບງາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມການເຄື່ອນໄຫວ ປະມານ 40 ຄັ້ງລວມມີບັນດາກອງປະຊຸມຫຼາຍຝ່າຍ, ການພົບປະສອງຝ່າຍ ກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ, ພົບປະ ແລະ ໃຫ້ການຕ້ອນຮັບການນຳບັນດາວິສາຫະກິດ. ທ່ານນາຍົກລັດຖະມົນຕີ ໄດ້ມີບົດກ່າວປາໄສສຳຄັນຢູ່ທຸກກອງປະຊຸມ, ນຳສານ, ການກຳນົດທິດ ແລະ ຂໍ້ລິເລີ່ມທີ່ແທດຈິງມາໃຫ້ ອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອແນໃສ່ປັບປຸງວິວັດທະນາການສ້າງປະຊາຄົມ ແລະ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມື. ໂດຍເນັ້ນໜັ້ກເຖິງທີ່ຕັ້ງ, ບົດບາດ, ລະດັບຄວາມສຳຄັນຂອງ ອາຊຽນ ໃນສະພາບການໃໝ່, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ອາຊຽນ ພວມຢືນຢູ່ຕໍ່ໜ້າພາລະກຳທີ່ ຕ້ອງຢັ້ງຢືນວ່າ ແມ່ນ “ຂົ້ວໜຶ່ງໃນໂລກຫຼາຍຂົ້ວ”, ແມ່ນໃຈກາງໃນການຮ່ວມມືກໍ່ຄືໂຄງປະກອບໃນພາກພື້ນ ແລະ ອາຊຽນ, ມີຄວາມສາມາດຢ່າງພຽງພໍເພື່ອປະຕິບັດພາລະກຳດັ່ງກ່າວ.

ບັນດາຄູ່ຮ່ວມມືກໍ່ລ້ວນແຕ່ຕີລາຄາສູງໝາກຜົນຂອງການພັດທະນາເສດຖະກິດ ສັງຄົມ, ການບໍລິຫານຂອງ ລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ, ກໍ່ຄືບົດບາດທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ຢູ່ ອາຊຽນ ແລະ ພາກພື້ນ. ການນຳຫຼາຍປະເທດລ້ວນແຕ່ ປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ແລະ ຍົກລະດັບການພົວພັນສອງຝ່າຍໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ