ທ່ານປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ເຮັດວຽກກັບຄະນະເອກອັກຄະລັດຖະທູດບັນດາປະເທດ ອີຢູ

(VOVWORLD) -ການນໍາຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ແລະ ເອກອັກຄະລັດຖະທູດບັນດາປະເທດ ອີຢູ່ ກໍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ.
ທ່ານປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ເຮັດວຽກກັບຄະນະເອກອັກຄະລັດຖະທູດບັນດາປະເທດ ອີຢູ - ảnh 1ທ່ານ ຫງວຽນແທັ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ກ່າວຄໍາເຫັນທີ່ການເຮັດວຽກ (ພາບ: TTXVN) 

ວັນທີີ 14 ມິຖຸນາ, ຢູ່ຫວຽດນາມ, ທ່ານ ຫງວຽນແທັ່ງຟອງ ປະທານຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມີເຮັດວຽກກັບຄະນະເອກອັກຄະລັດຖະທູດ ສະຫະພາບເອີຣົບ (ອີຢູ), ໂດຍທ່ານ ເອກອັກຄະລັດຖະທູດ Bruno Angelet, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ ເປັນຫົວໜ້າຄະນະ. ທີ່ການເຮັດວຽກ, ທ່ານ ຫງວຽນແທັ່ງຟອງ ໃຫ້ຮູ້ວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ໃນປີ 1990 ມາຮອດປັດຈຸບັນ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ ພັດທະນາຢ່າງດີງາມທີ່ສຸດ. ທ່ານ ຫງວຽນແທັ່ງຟອງ ສະເໜີ ບັນດາຄູ່ຮ່ວມມື ອີຢູ ສືບຕໍ່ໜູນຊ່ວຍ, ຮ່ວມມືກັບນະຄອນໂຮ່ຈີມິນໃນການພັດທະນາພື້ນຖານໂຄງລ່າງຕົວເມືອງ.

        ສ່ວນທ່ານ ເອກອັກຄະລັດຖະທູດ Bruno Angelet ສະແດງຄວາມປະທັບໃຈຕໍ່ການພັດທະນາຂອງນະຄອນ ໂຮ່ຈີມິນ ທັງດ້ານພື້ນຖານໂຄງລ່າງ ແລະ ບັນດາການປັບປຸງໃນສະພາບແວດລ້ອມແຫ່ງການລົງທຶນ; ພ້ອມທັງແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກຂອງນະຄອນໃນການພັດທະນາພື້ນຖານໂຄງລ່າງ. ທ່ານ ເອກອັກຄະລັດຖະທູດ Bruno Angelet  ໃຫ້ຮູ້ວ່່າ ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ພວມຢູ່ໃນໄລຍະສໍາເລັດການໃຫ້ສັດຕະຍາບັນ ເພື່ອກ້າວໄປເຖິງການລົງນາມຢ່າງເປັນທາງການໃນເວລາໃກ້ໆນີ້.

        ໄປຄຽງຄູ່ກັບການຮ່ວມມືດ້ານການຄ້າ, ການລົງທຶນ ແລ້ວ, ທີ່ການເຮັດວຽກ, ການນໍາຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ແລະ ເອກອັກຄະລັດຖະທູດບັນດາປະເທດ ອີຢູ່ ກໍໄດ້ເຫັນດີເປັນເອກະພາບ ຈະເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມືໃນຂົງເຂດວັດທະນະທໍາ, ການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ ເພື່ອແນໃສ່ຮັກສາ, ປັບປຸງການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ ອີຢູ ໃນໄລຍະຈະມາເຖິງ. 

ຕອບກັບ

ຂ່າວ/ບົດ​ອື່ນ