ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ຢ້ຽມຢາມ ສໍານັກສັງຄະລາດ ຟານທຽດ

(VOVWORLD) -ທ່ານ ເຈິ່ນແທັງເໝິນ ໄດ້ມີການເຮັດວຽກກັບການນໍາແຂວງບິ່ງທ້ວນ ກ່ຽວກັບການ ສະຫຼຸບ ໄລຍະ 10 ປີ ແຫ່ງການປະຕິບັດ ບັ້ນຂົນຂວາຍ “ຊາວຫວຽດນາມ ຊົມໃຊ້ ສິນຄ້າ ຫວຽດນາມ” (2009 – 2019) ແລະ ກວດກາວຽກງານກະກຽມກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມ ຢູ່ແຂວງນິງທ້ວນ ຄັ້ງທີ 8, ອາຍຸການ 2019 – 2024.

ຕອນບ່າຍວັນທີ 20 ເມສາ, ທ່ານ ເຈິ່ນແທັງເໝີນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ແລະ ການນໍາແຂວງ ບິ່ງທ້ວນ ໄດ້ໄປຢ້ຽມຢາມ, ສະຫຼອງວັນບຸນ Easter ຢູ່ສໍານັກສັງຄະລາດ ຟານທຽດ.

ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເໝິນ ຢ້ຽມຢາມ ສໍານັກສັງຄະລາດ ຟານທຽດ - ảnh 1 ທ່ານ ເຈິ່ນແທັງເໝິນ ອວຍພອນ ສັງຄະລາດ ເຂດຊາວຄຼິດ ຟານທຽດ ໂຕາມາ ຫງວຽນວັນເຈິມ ພ້ອມດ້ວຍບັນດາຄຸນພໍ່, ນັກບວກ ແລະ ປະຊາຄົມຊາວຄຼິດໃນເຂດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕ້ອນຮັບວັນບຸນ Easter ດ້ວຍຄວາມສະຫງົບສຸກ 

        ທ່ານ ເຈິ່ນແທັງເໝິນ ອວຍພອນ ສັງຄະລາດ ເຂດຊາວຄຼິດ ຟານທຽດ ໂຕມາ ຫງວຽນວັນເຈິມ ພ້ອມດ້ວຍບັນດາຄຸນພໍ່, ນັກບວກ ແລະ ປະຊາຄົມຊາວຄຼິດໃນເຂດ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ຕ້ອນຮັບວັນບຸນ Easter ດ້ວຍຄວາມສະຫງົບສຸກ.

        ທ່ານ ເຈິ່ນແທັງເໝິນ ຮັບຮູ້ບັນດາການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມຊາວ ຄຼິດ ແຂວງ ບິ່ງທ້ວນ ຕໍ່ການພັດທະນາຂອງປະເທດຊາດໃນໄລຍະເວລາຜ່ານມາ ພ້ອມທັງເຊື່ອໝັ້ນວ່າ ດ້ວຍອິດທິພົນຊື່ສຽງ ຂອງສັງຄະລາດເຂດຊາວຄຼິດ,  ສັງຄະລາດ ໂຕມາ ຫງວຽນວັນເຈິມ ຈະສືບຕໍ່ຂົນຂວາຍບັນດາຄຸນພໍ່, ນັກບວດ ແລະ ປະຊາຊົນຊາວຄຼິດໃນບໍລິເວນ ປະຕິບັດບັນດານະໂຍບາຍ, ກົດໝາຍຂອງພັກ ແລະ ລັດໃຫ້ເປັນຢ່າງດີ ແລະ ຮ່ວມແຮງຮ່ວມໃຈສ້າງສາກຸ່ມກ້ອນມະຫາສາມັກຄີີທົ່ວປວງຊົນທັງຊາດ, ປະກອບສ່ວນພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ; ມີການເຄື່ອນໄຫວແທດຈິງຫຼາຍຢ່າງ ເພື່ອຕອບສະໜອງ, ເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງກອງປະຊຸມໃຫຍ່.

        ຕອນເຊົ້າວັນທີ 21 ເມສາ, ທ່ານ ເຈິ່ນແທັງເໝິນ ໄດ້ມີການເຮັດວຽກກັບການນໍາແຂວງບິ່ງທ້ວນ ກ່ຽວກັບການ ສະຫຼຸບ ໄລຍະ 10 ປີ ແຫ່ງການປະຕິບັດ ບັ້ນຂົນຂວາຍ “ຊາວຫວຽດນາມ ຊົມໃຊ້ ສິນຄ້າ ຫວຽດນາມ” (2009 – 2019) ແລະ ກວດກາວຽກງານກະກຽມກອງປະຊຸມໃຫຍ່ແນວໂຮມປະເທດຊາດຫວຽດນາມ ຢູ່ແຂວງນິງທ້ວນ ຄັ້ງທີ 8, ອາຍຸການ 2019 – 2024.

ຕອບກັບ

ຂ່າວ/ບົດ​ອື່ນ