ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງບັກຢາງ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມພົບປະກັບຜູ້ມີສິດເລືອກຕັ້ງແຂວງບັກຢາງ - ảnh 1
 ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ບັກ​ຢາງ
​ພາບ:TTXVN

(vovworld)- ວັນ​ທີ 13/3, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ແຂວງ ບັກ​ຢາງ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ບັກ​ຢາງ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບັກ​ຢາງ ໄດ້​ແຈ້ງ​ເນື້ອ​ໃນ, ລາຍ​ການ​ເຮັດ​ວຽກ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 11 ຊື່ງ​ຄາດ​ວ່າ ຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 21/3 – 16/4 ຈະ​ມາ​ເຖິງ ແລະ ໝາກ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ບັກ​ຢາງ ໃນ​ອາ​ຍຸ​ການ​ຜ່ານ​ມາ, ຮັບ​ຟັງຄຳ​ເຫັນ, ຂໍ້​ສະ​ເຫນີ​ແນະ​ຂອງ​ບັນ​ດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໃຫ້​ຮູ້​ວ່າ: ໃນ​ອາ​ຍຸ​ການ​ຜ່ານ​ມາ, ມີ 16/26 ຄາດ​ໝາຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທ​ດ​ຊາດ ທີ່ບັນ​ລຸ​ໄດ້ ແລະ ລື່ນ​ກາຍ​ເມື່ອ​ທຽບ​ໃສ່​ແຜນ​ການ​ວາງ​ອອກ. ສະ​ເພາະ​ແຂວງ ບັກ​ຢາງ, ໃນ 5 ປີ​ຜ່ານ​ມາ ໄດ້​ບັນ​ລຸ​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ນັ້ນ​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ