ທ່ານ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ: ຫວຽດ​ນາມ ແມ່ນ​ຕົວ​ຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ສະ​ຫະ​ພາບ​ເອີ​ຣົບ

(VOVWORLD) - ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງຄະນະກຳມະການ ເອີຣົບ ໃນການຜັນຂະຫຍາຍບັນດາຍຸດທະສາດ, ຂໍ້ລິເລີ່ມຮ່ວມມືກັບພາກພື້ນ. ທ່ານນາງ ເນັ້ນໜັກວ່າ ຫວຽດນາມ ແມ່ນຕົວຢ່າງທີ່ດີເດັ່ນກ່ຽວກັບການຮ່ວມມືກັບ ສະຫະພາບເອີຣົບ
ທ່ານ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ເອີ​ຣົບ: ຫວຽດ​ນາມ ແມ່ນ​ຕົວ​ຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ສະ​ຫະ​ພາບ​ເອີ​ຣົບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍດ້ານການເງິນ (ພາບ: VOV)

ວັນທີ 25 ຕຸລາ, ຢູ່ ບຣຸກແຊນ, ປະເທດ ແບນຊິກ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ (Forum Global Gateway), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຮັດວຽກກັບທ່ານນາງປະທານຄະນະກຳມະການເອີຣົບ (EC), Ursula von der Leyen. ທີ່ການເຮັດວຽກ, ທ່ານນາງປະທານ EC ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງຄະນະກຳມະການ ເອີຣົບ ໃນການຜັນຂະຫຍາຍບັນດາຍຸດທະສາດ, ຂໍ້ລິເລີ່ມຮ່ວມມືກັບພາກພື້ນ. ທ່ານນາງ ເນັ້ນໜັກວ່າ ຫວຽດນາມ ແມ່ນຕົວຢ່າງທີ່ດີເດັ່ນກ່ຽວກັບການຮ່ວມມືກັບ ສະຫະພາບເອີຣົບ. ທ່ານນາງ Ursula von der Leyen ໃຫ້ຄຳໝັ້ນສັນຍາວ່າ ໃນການຜັນຂະຫຍາຍຍຸດທະສາດປະຕູສູ່ທົ່ວໂລກ, EC ຈະໃຫ້ບຸລິມະສິດຮ່ວມມືໃນບັນດາຂົງເຂດພະລັງງານທົດແທນ, ຫັນເປັນດີຈີຕອນ, ການເຕີບໂຕສີຂຽວກັບ ຫວຽດນາມ.

ສ່ວນທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ອີຢູ ແລະ ບັນດາປະເທດສະມາຊິກ ຈະເພີ່ມທະວີການໜູນຊ່ວຍ ຫວຽດນາມ ກ່ຽວກັບດ້ານການເງິນ, ເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫັນປ່ຽນພະລັງງານ; ບັນດາປະເທດ ສະມາຊິກສະຫະພາບເອີຣົບ (EU) ຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ, ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງຄົບຖ້ວນ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ EC ພິຈາລະນາການຍົກເລີກບັດເຫຼືອງ IUU ສຳລັບການສົ່ງອອກສິນໃນນ້ຳຂອງ ຫວຽດນາມ.

ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍໃຫ້ການຕ້ອນຮັບທ່ານ Werner Hoyer ປະທານທະນາຄານລົງທຶນເອີຣົບ (EIB),; ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການໜູນຊ່ວຍດ້ານການເງິນທີ່ມີມູນຄ່າ  500 ລ້ານເອີໂຣ ລະຫວ່າງກະຊວງການເງິນ ຫວຽດນາມ ແລະ EIB.

 

ຕອບກັບ

ຂ່າວ/ບົດ​ອື່ນ